ຈີນ ຍົກເລີກມາດຕະການກັກຕົວຜູ້ເດີນທາງເຂົ້າປະເທດ ເລີ່ມຕົ້ນປີໜ້າ

33

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການສຸຂະພາບແຫ່ງຊາດຈີນ ( NHC ) ປະກາດເມື່ອວັນທີ 26 ທັນວາ 2022 ວ່າ ຈີນ ຈະຍົກເລີກມາດຕະການກັກຕົວ ( ກັກບໍລິເວນ ) ສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ ໂດຍມີຜົນຕັ້ງແຕ່ວັນທີ 8 ມັງກອນປີ 2023 ເປັນຕົ້ນໄປ.

May be an image of 8 people, people standing and indoor

ແນວໃດກໍຕາມ, ຜູ້ທີ່ເດີນທາງເຂົ້າ ສປ ຈີນ ຕ້ອງສະແດງຜົນກວດໂຄວິດ – 19 ແບບ RT – PCR ຕໍ່ເຈົ້າໜ້າທີ່ ເຊິ່ງຜົນກວດດັ່ງກ່າວຕ້ອງເປັນລົບເທົ່ານັ້ນ ແລະ ຈະຕ້ອງບໍ່ເກີນ 48 ຊົ່ວໂມງ ກ່ອນເດີນທາງເຖິງ ສປ ຈີນ, ນອກຈາກນີ້ ຈີນ ຍັງຍົກເລີກມາດຕະການຈຳກັດຖ້ຽວບິນຂາເຂົ້າຈາກຕ່າງປະເທດ ເຊິ່ງມີຜົນໃນວັນດຽວກັນນີ້.

May be an image of 8 people and people standing

NHC ຍັງລະບຸວ່າ: ການເດີນທາງຂາເຂົ້າ ທັງທາງບົກ, ທາງເຮືອ ຕະຫຼອດຮອດການເດີນທາງໄປຕ່າງປະເທດຂອງປະຊາຊົນຈີນ ຈະຄ່ອຍໆຜ່ອນຜັນລົງເປັນລຳດັບຕາມໄລຍະເວລາທີ່ເໝາະສົມ.