ຊ່ວຍໃຫ້ປະຊາຊົນມີວຽກເຮັດ ເມືອງທ່າພະບາດ ແລະ ປາກກະດິງ ເປີດຈຸດບໍລິການຈັດຫາງານ

44

ໜຶ່ງຄາດໝາຍສູ້ຊົນຂອງການພັດທະນາປະເທດຄືການສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ມີລາຍໄດ້ທີ່ສາມາດນຳມາເສີມສ້າງຄຸນນະພາບຊີວິດຄອບຄົວໃຫ້ດີຂຶ້ນ ແລະລັດຖະບານແມ່ນໃຫ້ຄວາມສຳຄັນຫຼາຍຕໍ່ບັນຫາດັ່ງກ່າວ ລັດໄດ້ມີນະໂຍບາຍສົ່ງເສີມການມີວຽກເຮັດງານທຳ ໃຫ້ຜູ້ອອກແຮງງານລາວ ເຂົ້າເຖິງການຈ້າງງານທັງຢູ່ພາຍໃນ ແລະ ໄປເຮັດວຽກຢູ່ຕ່າງປະເທດອັນຈະສາມາດສ້າງລາຍຮັບ ແລະ ພັດທະນາສີມືແຮງງານໄປຄວບຄູ່ກັນ.

No photo description available.

ເພື່ອອຳນວຍຄວາມສະດວກແກ່ພໍ່ແມ່ປະຊາຊົນໃນການພົວພັນຫາວຽກເຮັດງານທຳ ອາທິດແລ້ວນີ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດຈຸດບໍລິການຈັດຫາງານປະຈໍາ ຂຶ້ນຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ, ທ່ານ ອຸດອນ ຄໍາພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ພ້ອມພະແນກການທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງ, ອໍານາດການປົກຄອງບ້ານ, ຜູ້ປະກອບການທຸລະກິດເຂົ້າຮ່ວມ.

May be an image of 11 people and people standing

 

ຈຸດປະສົງການສ້າງຕັ້ງຈຸດບໍລິການ ຈັດຫາງາ

 

ນຢູ່ຂັ້ນເມືອງນີ້

 

ເພື່ອເປັນການຂະຫຍາຍວຽກງານບໍລິການຈັດຫາງານ ໃຫ້ລົງສູ່ທ້ອງຖິ່ນຮາກຖານ ເພື່ອຮັບປະກັນການພົວພັນຂອງຜູ້ຊອກວຽກເຮັດງານທຳ ແລະ ຜູ້ໃຊ້ແຮງງານ ເວົ້າສະເພາະ ເພື່ອເປັນການບໍລິການແກ່ຜູ້ວ່າງງານທົ່ວໄປ, ຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ແລະ ຜູ້ໃຊ້ແຮງງານຫົວໜ່ວຍທຸລະກິດຕ່າງໆ ກໍຕ້ອງໄດ້ຂຶ້ນທະບຽນຢູ່ຈຸດບໍລິການຈັດຫາງານຂອງເມືຶອງ ຈຸດບໍລິການນີ້ແມ່ນເພື່ອໃຫ້ຄຳປຶກສາແນະນຳ ອາຊີບໃຫ້ແກ່ຜູ້ຊອກວຽກເຮັດງານທຳ ກໍຄືທຸລະກິດທີຕ້ອງການແຮງງານ.

No photo description available.

ເຊິ່ງໃນໄລຍະຜ່ານມາການມີສ່ວນຮ່ວມຂອງຫົວໜ່ວຍທຸລະກິດ ຫຼື ຜູ້ໃຊ້ແຮງງານ ນັບທັງຜູ້ຊອກວຽກເຮັດງານທຳຍັງບໍ່ທັນນຳໃຊ້ບໍລິການ ແລະ ການເຂົ້າສູ່ຕະຫຼາດແຮງງານ ໄດ້ຢ່າງກວ້າງຂວາງ, ການເປີດຈຸດບໍລິການຫາງານຢູ່ຂັ້ນເມືອງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ຜູ້ຕ້ອງການຢາກມີວຽກເຮັດງານທຳ, ກໍຄືຜູ້ໃຊ້ແຮງງານ ໄດ້ມາບໍລິການຢູ່ຂັ້ນເມືອງ ເພື່ອເປັນການບໍລິການທີ່ສະດວກ, ວ່ອງໄວ ແລະ ໄດ້ຮັບການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ໃນໂອກາດດຽວກັນນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຍັງໄດ້ມອບຄອມພິວ 1 ຊຸດ ໃຫ້ແກ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ຕ່າງໜ້າມອບໂດຍທ່ານ ນາງ ບົວສີ ທໍາມະສັກ ແລະ ກ່າວຮັບໂດຍ ທ່ານ ບຸນເພັງ ສີສັງວານ.

May be an image of 6 people and people standing
ຂ່າວໃຫ້ຮູ້ອີກວ່າ: ໃນໄລຍະດຽວກັນນີ້ ຢູ່ຫ້ອງວ່າການເມືອງປາກກະດິງ ກໍໄດ້ເປີດຈຸດບໍລິການຈັດຫາງານຂອງເມືອງຂຶ້ນເຊັ່ນກັນ, ເພື່ອເປັນຂົວຕໍ່ລະຫວ່າງຜູ້ຕ້ອງການມີວຽກເຮັດງານທຳ ກັບ ຜູ້ໃຊ້ແຮງງານທີ່ມີຄວາມຕ້ອງການແຮງງານ ແລະ ຊ່ວຍຫຼຸດຜ່ອນໄພວ່າງງານ, ເຊິ່ງຈຸດບໍລິການດັ່ງກ່າວແມ່ນຕັ້ງຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ.

May be an image of 8 people and indoor