ງານມະຫາກຳນະວັດຕະກຳຍືນຍົງຄັ້ງທຳອິດໃນພາກອີສານ Isan BCG Expo 2022 ເນັ້ນຕໍ່ຍອດທຸລະກິດທີ່ຍືນຍົງທົ່ວອາຊຽນ

71

ພາກອີສານຂອງໄທຈັດງານ Isan BCG Expo 2022 ເປັນງານມະຫາກໍານະວັດຕະກໍາຍືນຍົງທີ່ໃຫຍ່ທີ່ສຸດໃນພາກ ແລະ ຄັ້ງທໍາອິດໃນປະເທດໄທ ເຊິ່ງຈັດໂດຍ KKIC ຫຼື Khon Kaen Innovation Centre ແລະ ກຸ່ມມິດຜົນ ຮ່ວມກັບ 50 ເຄືອຂ່າຍພັນທະມິດ ທັງພາກລັດຖະບານ ແລະ ເອກະຊົນ ເພື່ອຍົກລະດັບ ‘ພາກອີສານ’ ໃຫ້ເປັນສູນກາງສ້າງເສດຖະກິດໄທສູ່ອາຊຽນຍົກ 3ຈຸດແຂງ “ສ້າງສັນ ຕໍ່ຍອດ ຍືນຍົງ” ສານຕໍ່ວັດທະນະທຳພູມປັນຍາທ້ອງຖິ່ນດ້ວຍນະວັດຕະກຳ ແລະ ເຕັກໂນໂລຊີ, ຕໍ່ຍອດ ພ້ອມທັງເປີດໂອກາດ ແລະ ສົ່ງເສີມໃຫ້ເກີດຄວາມຮ່ວມມືດ້ານທຸລະກິດ ແລະ ວິຊາການກັບໜ່ວຍງານພາກລັດ, ເອກະຊົນ, ນັກລົງທຶນ, ຜູ້ປະກອບການຕ່າງໆ ແລະ ສະຕາດອັບໃນປະເທດ ແລະ ປະເທດໃນ CLMV ໃຫ້ເກີດຜົນສຳເລັດທີ່ເປັນຮູບປະທຳໄປສູ່ການພັດທະນາເສດຖະກິດທີ່ຍືນຍົງ ຕາມຮູບແບບເສດຖະກິດ BCG ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນທັນວາທີ່ຜ່ານມາ ທີ່ Khon Kaen Innovation Centre ຈັງຫວັດຂອນແກ່ນ.

May be an image of sky

ທ່ານ ດຣ. ພິເຊດ ດຸຣົງຄະເວໂຣດ, ຜູ້ອໍານວຍການກຸ່ມມິດຜົນ ກ່າວວ່າ “Isan BCG ພາຍໃຕ້ແນວຄວາມຄິດ Collaboration | ຮ່ວມຢູ່ ຮ່ວມຈະເລີນ ເປັນຈຸດເລີ່ມຕົ້ນຂອງການຂັບເຄື່ອນການພັດທະນາພາກຕາເວັນອອກສຽງເໜືອໄປຈົນເຖິງ 8 ປີຕໍ່ໜ້າ ຫຼື ໃນປີ 2030 ເຊິ່ງຮູ້ດີວ່າພາກອີສານມີຊັບພະຍາກອນຈຳກັດ ແລະ ມີພື້ນທີ່ປະມານ 168,000 ກິໂລຕາແມັດ, ມີປະຊາກອນ 1 ໃນ 3 ຂອງປະເທດ ຫຼື ປະມານ 22,7 ລ້ານຄົນ, ມີແຮງງານປະມານ 12,4 ລ້ານຄົນ ເຊິ່ງໃນນັ້ນປະມານ 60% ຫຼື 6-7 ລ້ານຄົນແມ່ນຊາວກະສິກອນ ເຊິ່ງ GDP ຂອງພາກອີສານ ຄິດໄລ່ເປັນມູນຄ່າ 1,8 ລ້ານລ້ານບາດ ຫຼື ປະມານ 10% ທຽບໃສ່ GDP ຂອງປະເທດ, ແລະ ມີໂອກາດເຕີບໃຫຍ່ເຖິງ 20% ນອກນີ້ຍັງມີ Multimodal Transport & Logistic Hub, ເຊິ່ງລວມມີຂົວເຊື່ອມຕໍ່ ສປປ ລາວ ສະຫນາມບິນ 9 ແຫ່ງໃນ 20 ຈັງຫວັດ ແລະ ເສັ້ນທາງລົດໄຟຢ່າງຕໍ່າ 2 ສາຍທີ່ສໍາຄັນໃນທ້ອງຖິ່ນ, ລວມທັງລົດໄຟຄວາມໄວສູງຂອງໄທ-ຈີນ, ເປັນລົດໄຟສາຍສາກົນເຊິ່ງຈະຊ່ວຍພັດທະນາການຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານ ແລະ ກໍາລັງຈະຜ່ານຈັງຫວັດຂອນແກ່ນໃນໄວໆນີ້.

May be an image of 10 people and people standing
ໃນນັ້ນ, ໂຄງການສາມາດສ້າງມູນຄ່າທາງດ້ານເສດຖະກິດແບບຍືນຍົງໃຫ້ພາກຕາເວັນອອກສຽງເໜືອ. ພາຍໃຕ້ຍຸດທະສາດ BCG ແມ່ນ 1) BCG ທີ່ມາຈາກ Bio, ເປັນລະບົບເສດຖະກິດຊີວະພາບ, ໂດຍການນໍາໃຊ້ຊັບພະຍາກອນຊີວະພາບເພື່ອສ້າງມູນຄ່າທາງດ້ານເສດຖະກິດແບບ Circular economy ນໍາໃຊ້ລະບົບເສດຖະກິດແບບ ໝູນວຽນ. ເພື່ອຮັກສາຄຸນຄ່າຂອງຊັບພະຍາກອນໂດຍການຫຼຸດຜ່ອນການນໍາໃຊ້ ແລະ ນໍາກັບມາໃຊ້ໃໝ່ ແລະ Green ລະບົບເສດຖະກິດສີຂຽວ ພັດທະນາຄວາມສົມດູນລະຫວ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍກອບແນວຄວາມຄິດທີ່ເລິກເຊິ່ງກວ່າຄື: ການອະນຸລັກ, ຟື້ນຟູ ແລະ ຄຸ້ມຄອງການນຳໃຊ້ຊັບພະຍາກອນຊີວະພາບໃຫ້ມີປະສິດທິພາບສູງສຸດ, ມີຄຸນຄ່າເພີ່ມ ແລະ ເພິ່ງຕົນເອງໄດ້.

May be an image of 7 people, people standing and text that says 'BcGEXPO BCGFORUM Organic Carbon'

2) Cross-Border Trade & Special Economic Zones ໂດຍໃຫ້ຂອນແກ່ນເປັນເຂດເສດຖະກິດພິເສດຂອງພາກພື້ນຕາເວັນອອກສຽງເໜືອ ຫຼື Northeastern Economic Corridor: NeEC-Bioeconomy. ຈັດສັນຜົນປະໂຫຍດ ພັດທະນາລະບົບຕ່ອງໂສ້ການຜະລິດ ແລະ ການບໍລິການ, ຄົ້ນຄວ້າ, ພັດທະນາ ແລະ ຖ່າຍທອດເຕັກໂນໂລຊີ ການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາແຮງງານ ພ້ອມທັງສະໜັບສະໜູນຜູ້ປະກອບການ.

May be an image of 2 people

3) ການຫັນປ່ຽນພາກຕາເວັນອອກໄປສູ່ Digital Valley, ແລະ 4) ນຳເອົາ 3 ສິ່ງທັງໝົດມາລວມກັນເພື່ອສ້າງ BCG Hub ຂອງອີສານທີ່ທຸກສິ່ງທຸກຢ່າງມີການພົວພັນກັນ, ສົ່ງຜົນໃຫ້ເກີດ ISAN 2030 ເຊິ່ງທັງໝົດນີ້ທຸກຂະແໜງການຕ້ອງຮ່ວມຂັບເຄຶ່ອນໄປນຳກັນ.”

May be an image of 12 people
ທ່ານ ກະວິນ ວ່ອງກຸສົນກິດ, ກຳມະການ ສູນນະວັດຕະກຳຂອນແກ່ນ (KKIC), ໄດ້ກ່າວວ່າ: “ແນວຄວາມຄິດແບບ Collaboration ຮ່ວມຢູ່ ຮ່ວມຈະເລີນ ແມ່ນແນວຄວາມຄິດຂອງປີທໍາອິດ ທີ່ເປັນແຮງບັນດານໃຈໃຫ້ສັງຄົມ ໂດຍໄດ້ຮັບຮອງເອົາຮູບແບບເສດຖະກິດ BCG: Bio, Circular economy ແລະ Green economy ໃຫ້ກາຍເປັນພື້ນຖານທີ່ເຂັ້ມແຂງ ສ້າງຊຸມຊົນ, ສ້າງຍຸດທະສາດ, ພື້ນຖານໂຄງລ່າງ ແລະ ນະວັດຕະກໍາ, ເຊິ່ງຂອນແກ່ນ ຖືໄດ້ວ່າເປັນສູນກາງການຄົມມະນາຄົມທາງພາກຕາເວັນອອກສຽງເໜືອ ແລະ ເປັນປະຕູສູ່ພາກຕາເວັນອອກສຽງເໜືອ ດ້ວຍທ່າແຮງ ແລະ ຄວາມອຸດົມສົມບູນທາງດ້ານວັດທະນະທໍາ ລວມທັງຊີວະນາໆພັນທີ່ສົມດູນ ແລະມີຄວາມໄດ້ປຽບການລົງທຶນຍຸດທະສາດ ໄດ້ຮັບການຮັບຮອງເປັນເມືອງ MICE ແລະ Smart City, ສາມາດເຊື່ອມຕໍ່ 1 ໃນ 3 ຂອງໄທເຂົ້າກັບປະເທດເພື່ອນບ້ານ.

May be an image of 9 people and outdoors
ນີ້ແມ່ນເງື່ອນໄຂເພື່ອສ້າງການປ່ຽນແປງທາງເສດຖະກິດສັງຄົມຢ່າງມີປະສິດທິພາບ. ສໍາລັບງານ Isan BCG Expo 2022 ແລະ Isan BCG Forum 2022, ນີ້ແມ່ນການເລີ່ມຕົ້ນຂອງໂອກາດອັນດີສໍາລັບການພັດທະນາເສດຖະກິດແບບຍືນຍົງຂອງຂອນແກ່ນ. ເຊິ່ງເປົ້າໝາຍຄືຈັດໃຫ້ປະເທດໄທ ແລະ ປະເທດເພື່ອນບ້ານ CLMVT ໄດ້ມີໂອກາດປະສານງານແນວຄວາມຄິດ ໂດຍ Isan BCG Expo ມີຈຸດປະສົງເພື່ອເຊື່ອມຕໍ່ຄວາມຮູ້ ແລະ ແນວຄວາມຄິດຮ່ວມກັນ ໃນຂະນະທີ່ Isan BCG Forum ໄດ້ສຸມໃສ່ປຶກສາຫາລືໂດຍບັນດາຜູ້ນຳຈາກທຸກຂະແໜງການ ເພື່ອຮັບມືກັບສິ່ງທ້າທາຍທີ່ຈະເກີດຂຶ້ນໃນອະນາຄົດ. ເຖິງຢ່າງໃດກໍຕາມ, ຈັດງານໃນຄັ້ງນີ້ ບໍ່ພຽງແຕ່ກະຕຸ້ນແນວຄວາມຄິດສໍາລັບການເຮັດທຸລະກິດເທົ່ານັ້ນ ແຕ່ຍັງສ້າງໂອກາດສຳລັບ Business Matching ຈາກຫຼາກຫຼາຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມຍືນຍົງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນເສດຖະກິດໃຫ້ຂອນແກ່ນ ແລະ ພາກຕາເວັນອອກສຽງເໜືອ ລວມທັງການກະກຽມກ້າວເຂົ້າສູ່ການເປັນສູນກາງເສດຖະກິດໃນປີ 2030”.