ຄອງຊູເອຊ ໃນເອຢິບ ສ້າງລາຍໄດ້ 7,9 ຕື້ໂດລາ

23

ສຳນັກຂ່າວຊິນຫົວລາຍງານວ່າ ທ່ານ ໂອຊາມາ ເຣບີ ປະທານອົງການບໍລິຫານຄອງຊູເອຊ ( SCA ) ຂອງເອຢິບ ເປີດເຜີຍວ່າ ຄອງຊູເອຊ ( Suez ) ສ້າງລາຍໄດ້ບັນລຸເຖິງ 7,9 ຕື້ໂດລາສະຫລັດ ໃນປີ 2022 ເຊິ່ງເປັນຕົວເລກສູງເປັນປະຫວັດການ. ໃນຂະນະທີ່ລາຍໄດ້ປີ 2021 ລວມມີ 6,3 ຕື້ໂດລາສະຫະລັດ. ນອກນັ້ນ, ຍັງມີເຮືອຂົນສົ່ງສິນຄ້າຫຼາຍກວ່າ 23 ພັນລຳ ເຊິ່ງບັນທຸກສິນຄ້າ 1,4 ຕື້ໂຕນ ແລ່ນຜ່ານຄອງຊູເອຊ ໃນປີ 2022 ເພີ່ມຂຶ້ນຈາກ 21.700 ລຳ ເມື່ອປີຜ່ານມາ.

May be an image of ocean and nature

ທ່ານ ວາເອລ ອັດດົວ ອະດີດຮອງປະທານອົງການດັ່ງກ່າວ ລະບຸວ່າ: ລາຍໄດ້ທີ່ເພີ່ມສູງຂຶ້ນນັ້ນມີປັດໄຈມາຈາກ ຄວາມຕ້ອງການນໍ້າມັນທີ່ເພີ່ມຂຶ້ນ, ເນື່ອງຈາກການຂົນສົ່ງພະລັງງານທາງທະເລ ຕ້ອງໄດ້ເພິ່ງພາການເດີນທາງຜ່ານຄອງຊູເອຊ ແລະ ຄາດວ່າລາຍໄດ້ຈະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນອະນາຄົດ. ເພາະວ່າຄ່າທຳນຽມຜ່ານທາງ ຈະເພີ່ມຂຶ້ນອີກ 10 – 15% ນັບແຕ່ເດືອນມັງກອນປີ 2023 ເປັນຕົ້ນໄປ.

May be an image of outdoors