ເຟດ ປັບຂຶ້ນອັດຕາດອກເບ້ຍ 0,5% ແລະ ພ້ອມປັບຂຶ້ນອີກ

34

ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ໄດ້ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,5% ເມື່ອວັນທີ 14 ທັນວາຜ່ານມາ ຕາມເວລາທ້ອງຖິ່ນ ເຊິ່ງເປັນການປັບຂຶ້ນ ຄັ້ງທີ 7 ໃນຮອບປີນີ້ ແລະ ຍັງສົ່ງສັນຍານວ່າຈະປັບຂຶ້ນອີກໃນອະນາຄົດ ເຖິງວ່າສະຖານະການອັດຕາເງິນເຟີ້ໃນສະຫະລັດອາເມຣິກາເລີ່ມຜ່ອນຄາຍລົງກໍຕາມ.

May be an image of 1 person

ທ່ານ ເຈີໂຣມ ພາວເວວ ປະທານເຟດ ເປີດເຜີຍວ່າ: ເຟດ ເຫັນວ່າອັດຕາດອກເບ້ຍສູງ ຍັງມີຄວາມຈຳເປັນຕໍ່ການຄວບຄຸມອັດຕາເງິນເຟີ້ ເນື່ອງຈາກອັດຕາເງິນເຟີ້ ເພີ່ມຂຶ້ນສູງສຸດໃນຮອບ 4 ທົດສະວັດ.

ການປັບຂຶ້ນອັດຕາດອກເບ້ຍຄັ້ງນີ້ ເຮັດໃຫ້ອັດຕາດອກເບ້ຍອ້າງອີງສູງເຖິງ 4,25 – 4,5% ເຊິ່ງເປັນລະດັບສູງສຸດໃນຮອບ 15 ປີ, ແຕ່ປະທານເຟດ ຄາດການວ່າ ຈະປັບຂຶ້ນອັດຕາດອກເບ້ຍໃຫ້ຈຸລະດັບ 5 – 5,5% ໃນປີ 2023 ເຖິງວ່າຈະມີຄວາມສ່ຽງຈະເຮັດໃຫ້ເສດຖະກິດທົດຖອຍກໍຕາມ.

ປະທານເຟດ ລະບຸວ່າ: ຂໍ້ມູນອັດຕາເງິນເຟີ້ໃນເດືອນຕຸລາ ແລະ ເດືອນພະຈິກຜ່ານມາ ໄດ້ຫຼຸດລົງຢ່າງໜ້າຍິນດີ ແຕ່ຈະຕ້ອງມີຫຼັກຖານຫຼາຍກວ່ານີ້ ເພື່ອໃຫ້ແນ່ໃຈວ່າອັດຕາເງິນເຟີ້ຈະຢູ່ໃນເສັ້ນທາງຂາລົງຢ່າງຕໍ່ເນື່ອງ.

May be an image of 1 person

ເຟດ ຍັງຄາດການວ່າ: ເສດຖະກິດຂອງສະຫະລັດຈະຂະຫຍາຍຕົວຊ້າລົງ, ໃນຂະນະທີ່ອັດຕາວ່າງງານຈະເພີ່ມຂຶ້ນໃນປີ 2023 ແລະ ປີ 2024 ເຊິ່ງອັດຕາການວ່າງງານຈະເພີ່ມຂຶ້ນເປັນ 4,6% ໃນປີໜ້າ ຈາກ 3,7% ໃນປັດຈຸບັນ ເຊິ່ງເປັນການເພີ່ມຂຶ້ນຢ່າງຫຼວງຫຼາຍແບບນີ້ ເສດຖະກິດຈະເຂົ້າສູ່ສະພາວະທົດຖອຍ, ປະທານເຟດເຊື່ອວ່າ ສະຫະລັດສາມາດຫຼີກລ່ຽງໄດ້ ແຕ່ຍອມຮັບວ່າ ຍັງບໍ່ຮູ້ວ່າເສດຖະກິດຈະເຂົ້າສູ່ສະພາວະທົດຖອຍ ຫຼື ບໍ່ ແຕ່ກໍມີຄວາມຈຳເປັນ ເພື່ອຟື້ນຟູສະຖຽນລະພາບດ້ານລາຄາສິນຄ້າ.