ຜົນງານຕະຫຼອດ 15 ປີເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຈົນເຖິງປະຈຸບັນ

707

ການເຂົ້າມາຂອງເຂດເສດຖະກິດສາມຫຼ່ຽມຄຳ ໃນແຂວງບໍ່ແກ້ວໄດ້ສ້າງປະກົດການໃໝ່ໃນເມືອງດັ່ງກ່າວ ແມ່ນວ່າບັນຍາກາດເກົ່າໆຫາຍໄປ ແຕ່ໄດ້ມາເຊິ່ງຄວາມກ້າວໜ້າທັນສະໄໝທີ່ຫຼາຍເຂດແຂວງຢາກໃຫ້ມີ ພື້ນຖານໂຄງລ່າງ, ການຄ້າຂາຍ, ເສດຖະກິດ, ວຽກເຮັດງານທຳ ແລະສິ່ງທີ່ສຳຄັນສຸດຄືລູກຫຼານເຂດອ້ອມຮອບໄດ້ຮຽນຢູ່ໂຮງຮຽນດີໆ ມື້ນີ້ເຮົາມາຢ້ອນຫຼັງພື້ນທີ່ແຫ່ງນີ້ກ່ອນ ແລະຫຼັງ 15 ປີຜ່ານໄປເປັນຄືແນວໃດ.

可能是包含下列内容的图片:云

ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ເຂົ້າມາ ສປປ ລາວເຮົາ ແລະສະແດງເຈດຈຳນົງໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳເມື່ອ 10 ກວ່າປີຜ່ານມາ ແລະເພິ່ນເອງໄດ້ຮ່ວມກັບພະນັກງານທຸກໆຄົນ ໄດ້ທຸມເທແຮງກາຍແຮງໃຈ ເສຍສະຫຼະເຫື່ອແຮງຂອງຕົນເຕົ້າໂຮມຄວາມສາມັກຄີປອງດອງເປັນຈິດໜຶ່ງໃຈດຽວກັນ ເຂົ້າໃນການພັດທະນາ ສ້າງສາສິ່ງຕ່າງໆຂຶ້ນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ຈົນກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ.

May be an image of 1 person, sitting, standing and indoor
ທ່ານໄດ້ນໍາພາສ້າງສາພັດທະນາລະບົບໂຄງລ່າງພື້ນຖານ ບໍວ່າຈະເປັນການສ້າງຖະໜົນຫົນທາງ, ທີ່ພັກອາໄສ, ຮ້ານອາຫານ, ສະຖານບັນເທີງ, ລະບົບໄຟຟ້າ, ນ້ຳປະປາ, ລະບົບໂທລະຄົມມະນາຄົມ, ລະບົບອິນເຕີເນັດ, ລະບົບຄົມມະນາຄົມຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ ເປັນຕົ້ນ ແລະ ນອກເໜືອຈາກສິ່ງທີ່ໄດ້ກ່າວມານັ້ນ ຍັງມີອີກຫຼາຍໆຢ່າງທີ່ຖືກສ້າງຂຶ້ນ, ເມື່ອມີໂຄງລ່າງພື້ນຖານທີ່ແໜ້ນໜາ ຈຶ່ງເຮັດໃຫ້ເຂດແຫ່ງນີ້ກາຍເປັນຕົວເມືອງຂຶ້ນມາເລື້ອຍໆ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວ ແລະ ຕ່າງປະເທດຈຳນວນຫຼາຍອີກດ້ວຍ.

May be an image of 4 people, road and sky

ແນ່ນອນວ່າເມື່ອພັດທະນາໃຫ້ເປັນຕົວເມືອງແລ້ວ ແລະ ມີຜູ້ຢູ່ອາໄສຢ່າງຫຼວງຫຼາຍ ທາງເຂດກໍໄດ້ສຸມໃສ່ພັດທະນາທາງດ້ານສະບຽງອາຫານເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກເຊັ່ນວ່າ: ສ້າງຟາມຜັກເຮືອນຮົ່ມ, ຟາມລ້ຽງງົວ, ຟາມລ້ຽງໝູ, ເປັດ, ໄກ່ ແລະ ຫ່ານ ເປັນຕົ້ນ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ຍັງໄດ້ກິນອາຫານທີ່ສົດໃໝ່ທຸກມື້ ແລະ ມີຄວາມປອດໄພ ເພາະທາງເຂດເນັ້ນພັດທະນາອາຫານການກິນໃນເຊີງປອດສານພິດ ແລະ ເປັນມິດກັບທຳມະຊາດ.

อาจเป็นรูปภาพของ กลางแจ้ง
ນອກນີ້, ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍັງໄດ້ພັດທະນາແຫຼ່ງທ່ອງທ່ຽວຕ່າງໆຂຶ້ນມາອີກຫຼາຍໆແຫ່ງເຊັ່ນວ່າ: ປ່ອງຢ້ຽມສາມຫຼ່ຽມຄຳ, ຕະຫຼາດວັດທະນະທຳນາໆຊາດ (ຕະຫຼາດນ້ຳ), ສະໜາມກັອບ ແລະ ອື່ນໆ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ແລະ ມາລົງທຶນຢູ່ໃນ ສປປ ລາວ ກໍ່ຄືເຂດເສດຖະກິດພິເສດ ສາມຫຼ່ຽມຄຳການສຶກສາເປັນສິ່ງທີ່ສຳຄັນ ທີ່ເຂດເອົາໃຈໃສ່ເຊັ່ນກັນ ໄດ້ສ້າງໂຮງຮຽນນາໆຊາດຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ຢູ່ພາຍໃນເຂດ ແລະ ນອກເຂດໄດ້ເຂົ້າເຖິງການສຶກສາທີ່ດີ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

อาจเป็นรูปภาพของ ท้องฟ้า และ ถนน
ທັງໝົດນີ້ ຫາກບໍ່ໄດ້ຮັບການຊີ້ນຳ ນຳພາອັນສະຫຼາດສ່ອງໃສຂອງພັກ-ລັດ ກໍບໍອາດບັນລຸຜົນສຳເລັດໄດ້ຢ່າງເຕັມທີ່ ພັກ-ລັດໄດ້ໃຫ້ການເບິ່ງແຍງ ແລະ ຊຸກຍູ້ສົ່ງເສີມເຂດເສດຖະກິດພິເສດ ສາມຫຼ່ຽມຄຳຢ່າງຕໍ່ເນື່ອງໃນທຸກບາດກ້າວເດີນຈົນຮອດມື້ນີ້ໄດ້ເຫັນການປ່ຽນແປງທີ່ຊັດເຈນ ທ້ອງຖິ່ນີ້ກາຍເປັນຕົວເມືອງທນັສະໄໝຢ່າງປະຕິເສດບໍໄດ້.

May be an image of 1 person and sky

ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳເວົ້າໄດ້ວ່າມີທັງແສງສີສຽງທັນສະໄໝ ແລະເຂດຂຽວທີ່ໜ້າຢູ່ ຖ້າໃຜໄດ້ໄປແລ້ວຕ້ອງຍົກກ້ອງຂຶ້ນມາບັນທຶກພາບໄວ້.

อาจเป็นรูปภาพของ กลางแจ้ง และ ต้นไม้

ເຂດປ່າເລົ່າເມື່ອກ່ອນກາຍເປັນຕົວເມືອງໃຫຍ່ທີ່ທັນສະໄໝ ນອກນີ້ຍັງມີໂຮງຮຽນດີໆສອນຫຼາຍພາສາໃຫ້ນ້ອງນ້ອຍນັກຮຽນໄດ້ຮຽນໃຫ້ເປັນບຸກຄົນທີ່ມີຄຸນນະພາບໃນວັນຂ້າງໜ້າອີກດ້ວຍ.

อาจเป็นรูปภาพของ 7 คน, เด็ก, ผู้คนกำลังยืน และ สถานที่ในร่ม

ແລະພາບເຫຼົ່ານີ້ເປັນການສົມທຽບການປ່ຽນແປງທີ່ແຕກຕ່າງອອກໄປ

อาจเป็นรูปภาพของ ต้นไม้ และ ธรรมชาติ

ເຂດແຄມຂອງ

อาจเป็นรูปภาพของ ต้นไม้ และ ท้องฟ้า

ຕົວເມືອງໃນເມື່ອກ່ອນ ແລະປະຈຸບັນ

อาจเป็นรูปภาพของ 4 คน, ถนน และ ท้องฟ้า

ເຂດກໍ່ສ້າງສະໜາມບິນທີ່ກຳລັງຈະເປີດນຳໃຊ້ໄວໆນີ້

อาจเป็นรูปภาพของ กลางแจ้ง

ຊົມເຊີຍຄວາມຄືບໜ້າການພັດທະນາພາຍໃນເຂດ

อาจเป็นรูปภาพของ กลางแจ้ง