ອີຣານ ຄົ້ນພົບແຫຼ່ງນໍ້າມັນສຳຮອງແຫ່ງໃໝ່

27

ສຳນັກຂ່າວຊິນຫົວລາຍງານວ່າ: ທ່ານ ເມດີ ຟາຄົວ ຜູ້ອຳນວຍການ ການຂຸດຄົ້ນ – ສຳຫຼວດຂອງບໍລິສັດນໍ້າມັນແຫ່ງຊາດ ອີຣານ ( NIOC ) ເປີດເຜີຍວ່າ ໄດ້ຄົ້ນພົບແຫຼ່ງນໍ້າມັນແຫ່ງໃໝ່ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດ.

ທ່ານ ເມດີ ຟາຄົວ ກ່າວວ່າ: ປັດຈຸບັນຄະນະຜູ້ຊ່ຽວຊານຂອງອີຣານ ກຳລັງເລັ່ງດຳເນີນການວິໄຈຂຸດຄົ້ນ – ສຳຫຼວດ ນອກແຄມຝັ່ງໃນນ່ານນໍ້າທິດໃຕ້ຂອງປະເທດ ໂດຍຄາດວ່າຈະມີປະລິມານແກ໊ສສຳຮອງ ຈຳນວນ 8,5 ແສນລ້ານແມັດກ້ອນ ແລະ ປະລິມານນ້ຳມັນຫຼາຍຮ້າຍລ້ານແມັດກ້ອນ.

May be an image of outdoors

ນີ້ຖືເປັນຄັ້ງທຳອິດທີ່ ອີຣານ ໄດ້ຜະລິດຍົນນ້ອຍ ສຳລັບການວັດແທກຄ່າຄວາມເຂັ້ມຂຸ້ນຂອງສະໜາມແມ່ເຫຼັກທາງອາກາດ ເພື່ອໃຊ້ລະບຸແຫຼ່ງໄຮໂດຣກາກບອນ ດ້ວຍຄວາມເລິກໃຕ້ດິນສູງເຖິງ 7.000 ແມັດ. ຍົນລຳນີ້ຈະສຳຫຼວດພື້ນທີ່ປະມານ ໜຶ່ງໃນສິບ ພື້ນທີ່ທັງໝົດຂອງອີຣານ ເພື່ອເກັບຮວບຮວມຂໍ້ມູນທີ່ກ່ຽວຂ້ອງ.

May be an image of outdoors

ອີຣານ ມີແຫຼ່ງນໍ້າມັນສຳຮອງຂະໜາດໃຫຍ່ອັນດັບ 4 ຂອງໂລກ ຖັດຈາກ ເວເນຊູເອລາ, ຊາອຸດິດ ອາຣັບບີ ແລະ ການາດາ, ເປັນໜຶ່ງໃນແຫຼ່ງແກ໊ສ ພິສູດແລ້ວຂະໜາດ   ໃຫຍ່ທີ່ສຸດມີແກ໊ສ ເກືອບ 34 ພັນຕື້ແມັດກ້ອນ.