COP 27 ມີມະຕິຕັ້ງກອງທຶນຊ່ວຍເຫຼືອຜົນກະທົບຈາກການປ່ຽນແປງດິນຟ້າອາກາດ

39

ສໍານັກຂ່າວຣອຍເຕີລາຍງານວ່າ: ກອງປະຊຸມລັດພາຄີຂອບອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ( COP 27 ) ທີ່ປະເທດເອຢິບ ໄດ້ບັນລຸຂໍ້ຕົກລົງມອບເງິນສະໜັບສະໜູນໃຫ້ແກ່ປະເທດທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການປ່ຽນແປງດິນຟ້າອາກາດ ນັບວ່າເປັນຄວາມສໍາເລັດຄັ້ງສໍາຄັນ ຫຼັງຈາກທີ່ມີການປຶກສາຫາລື ແລະ ຖົກຖຽງກັນມາຫຼາຍ ກວ່າ 30 ປີ.

May be an image of outdoors

ມະຕິກອງປະຊຸມ ໄດ້ເຫັນດີສ້າງຕັ້ງກອງທຶນ ເພື່ອຊົດເຊີຍຄ່າເສຍຫາຍໃຫ້ແກ່ປະເທດທີ່ທຸກຍາກ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການປ່ຽນແປງດິນຟ້າອາກາດ ແຕ່ລາຍລະອຽດຈະຍົກຂຶ້ນມາປຶກສາຫາລືໃນກອງປະຊຸມດັ່ງກ່າວໃນປີໜ້າ.

May be an image of sky and road