ສປ ຈີນ ຢືນຢັນສືບຕໍ່ນະໂຍບາຍຈຳກັດ ກໍລະນີຜູ້ຕິດເຊື້ອໂຄວິດ-19 ໃຫ້ເປັນສູນ

42

ສະພາບການລະບາດຂອງໂຄວິດ-19 ພາຍຫລັງທີ່ເກີດຂຶ້ນມາເປັນເວລາເກືອບ 3 ປີ, ນັບແຕ່ມີລາຍງານການຕິດເຊື້ອໃນທ້າຍປີ 2019, ມາຮອດປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອປະຈໍາວັນຫລຸດລົງຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດພະຍາດດັ່ງກ່າວຈະກາຍເປັນພະຍາດປະຈໍາທ້ອງຖິ່ນ ຫຼື ພະຍາດຕາມລະດູການປົກກະຕິ ເຮັດໃຫ້ຫຼາຍປະເທດທົ່ວໂລກໄດ້ເປີດປະເທດຢ່າງເຕັມຮູບແບບ ເພື່ອຕ້ອນ ຮັບນັກທ່ອງທ່ຽວໂດຍບໍ່ຕ້ອງກັກຕົວ ຫຼທ ມີໃບຢັ້ງຢືນການສັກວັກຊີນ ແລະ ຢັ້ງຢືນຜົນກວດໂຄວິດ-19 ກ່ອນເດີນທາງເຂົ້າປະເທດ, ລວມເຖິງການພົວພັນຄ້າ-ຂາຍ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ ແລະ ອື່ນໆ ເພື່ອແນໃສ່ຟື້ນຟູເສດຖະກິດຂອງປະເທດພາຍຫຼັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນມາດຕະການປ້ອງກັນໂຄວິດ-19 ທີ່ແຕ່ລະປະເທດວາງອອກ ແລະ ເເຮັດໃຫ້ປະຊາຊົນພາຍໃນປະເທດຂອງຕົນໄດ້ກັບມາໃຊ້ຊີວິດ ແລະ ທໍາມາຫາກິນໄດ້ເປັນປົກກະຕິໃນຮູບແບບໃໝ່ ຫລື New Normal.

ປັດຈຸບັນ ປະເທດໃຫຍ່ທີ່ມີພົນລະເມືອງຫຼາຍ ຄື ສປ ຈີນ ຍັງບໍ່ທັນເປີດປະເທດຢ່າງເຕັມຮູບແບບເທື່ອ ເພາະລັດຖະບານຈີນຍັງດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງເຂັ້ມງວດທີ່ສຸດ ດ້ວຍການຈັດຕັ້ງປະຕິບັດນະໂຍບາຍ “ຈຳກັດກໍລະນີຜູ້ຕິດ ເຊື້ອໂຄວິດ-19 ໃຫ້ເປັນສູນ ” ຫລື Zero Covid, ແຕ່ຫຼັງຈາກການລະບາດຂອງໂຄວິດ-19 ສາຍພັນເດວຕ້າ (Delta) ໃນເດືອນສິງຫາປີ 2021 ເປັນຕົ້ນມາ, ທາງການຈີນໄດ້ປັບນະໂຍບາຍໃໝ່ເອີ້ນວ່າ: (Dynamic Zero Covid) ເຊິ່ງນະໂຍບາຍດັ່ງກ່າວແມ່ນບໍ່ຈໍາເປັນຕ້ອງໃຊ້ມາດຕະການດຽວກັັນໃນທົ່ວປະເທດ ແຕ່ສາມາດປັບປ່ຽນມາດຕະການທີ່ລັດຖະບານຈີນວາງອອກໃຫ້ເຂົ້າກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງ ໂດຍສະເພາະລະບົບສາທາລະນະສຸກໃນທ້ອງຖິ່ນຕົນເອງຢ່າງເຂັ້ມງວດ. ຈຸດປະສົງຂອງນະໂຍບາຍດັ່ງກ່າວເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິຜົນສູງສຸດ, ໃຊ້ຕົ້ນທຶນຕໍ່າ ແລະ ໃຊ້ເວລາໜ້ອຍທີ່ສຸດ ເພື່ອຫລຸດຜ່ອນຜົນກະທົບທາງດ້ານເສດຖະ ກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນປະເທດ.

ຈາກປະສົບການຕົວຈິງຂອງຈີນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ນະໂຍບາຍ Dynamic Zero Covid ບໍ່ພຽງແຕ່ເປັນທາງເລືອກທີ່ດີທີ່ສຸດ ເທົ່ານັ້ນ, ແຕ່ຫາກຍັງເປັນແນວທາງສໍາຄັນທີ່ຕ້ອງຮັກສາໄວ້ສໍາລັບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ປະເທດຈີນໃນປັດຈຸບັນນີ້.

ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງໃນລະຫວ່າງວັນທີ 16-22 ຕຸລາ 2022 ຜ່ານມານີ້, ທ່ານ ສີ ຈິ້ນຜິງ, ເລຂາທິ ການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດຈີນ ໄດ້ກ່າວປາໄສ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ນະໂຍບາຍ Dynamic Zero Covid ຂອງລັດຖະບານຈີນວ່າເປັນນະໂຍບາຍທີ່ປະສົບຜົນສໍາເລັດເປັນຢ່າງດີ ເພາະລັດຖະບານຈີນ ໄດ້ຍຶດຖືປະຊາຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນສິ່ງສໍຳຄັນກວ່າໝູ່, ພ້ອມນີ້ ທ່ານໄດ້ຢືນຢັນວ່າ ລັດຖະບານຈີນ ຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ປະຊາຊົນຂອງຕົນເໜືອສິ່ງອື່ນໃດ ແລະ ຈະນໍາໃຊ້ນະໂຍ ບາຍດັ່ງກ່າວເປັນການປ້ອງກັນສຸຂະພາບ ແລະ ຮັບປະກັນຄວາມປອດໄພດ້ານສຸຂະພາບຂອງເຂົາເຈົ້າໃຫ້ດົນເທົ່າທີ່ຈະດົນໄດ້.

ຢ່າງໃດກໍຕາມ, ໃນໂອກາດດໍາເນີນກອງປະຊຸມໃຫຍ່ພັກກອມມູນິດຈີນໃນຄັ້ງນີ້ ນະໂຍບາຍດັ່ງກ່າວຖືເປັນບັນ ຫາສໍາຄັນໜຶ່ງທີ່ສື່ມວນຊົນຕ່າງປະເທດໃຫ້ຄວາມສົນໃຈ ແລະ ຕັ້ງຄໍາຖາມຕໍ່ລັດຖະບານຈີນວ່າຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍນີ້ໄປອີກດົນປານໃດ. ເຊິ່ງ ທ່ານ ຊຸນ ເຢ້ຫຼີ, ໂຄສົກຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກຄອມມູນິດຈີນ ຕອບວ່າ: ນະໂຍບາຍດັ່ງກ່າວເປັນນະໂຍບາຍທີ່ຈີນກໍານົດຂຶ້ນໂດຍພິຈາລະນາຈາກສະພາບຄວາມເປັນຈິງ ແລະ ຫຼັກການທາງດ້ານວິທະຍາສາດຂອງຈີນ ເພື່ອຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນຕ້ອງມາກ່ອນເປັນອັນດັບໜຶ່ງ ເຊິ່ງເປັນຈຸດເລີ່ມຕົ້ນ ແລະ ເປົ້າໝາຍພື້ນຖານທີ່ສໍາຄັນຂອງທຸກມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງໂຄວິດ-19 ຂອງຈີນ ເພາະຖ້າປະເມີນໂດຍລວມແລ້ວເຫັນວ່າການຈັດຕັ້ງປະຕິບັດບັນດາມາດຕະການຕາມນະໂຍບາຍດັ່ງກ່າວແມ່ນປະຢັດ ແລະ ມີປະສິດທິຜົນດີກວ່າໝູ່.

ທ່ານ ຊຸນ ເຢ້ຫຼີ ກ່າວຢໍ້າວ່າ: ຍ້ອນຈີນເປັນປະເທດທີ່ມີປະຊາກອນຢ່າງຫຼາຍ ແລະ ມີຜູ້ອາຍຸສູງຈໍານວນຫຼາຍ, ການພັດທະນາຢູ່ແຕ່ລະເຂດແຄ້ວນໃນປະເທດມີຄວາມແຕກຕ່າງກັນ ແລະ ຈໍານວນແພດໝໍໃນປະເທດຍັງບໍ່ພຽງພໍ. ດັ່ງນັ້ນ ການຍຶດໝັ້ນນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອໂຄວິດ-19 ໃຫ້ເປັນສູນຖືເປັນສິ່ງທີ່ຮັບປະກັນໃຫ້ມີຈໍານວນຜູ້ຕິດເຊື້ອ ແລະ ອັດຕາຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ໃນລະດັບຕ່ຳສຸດ. ນອກຈາກນີ້ ນະໂຍບາຍນີ້ຍັງເປັນການປະກອບສ່ວນສໍາຄັນທີ່ຊ່ວຍຮັກສາການພັດທະນາເສດຖະກິດ-ສັງຄົມ ຂອງຈີນ ໃຫ້ຢູ່ໃນສະພາບທີ່ໝັ້ນທ່ຽງຢ່າງຕໍ່ເນື່ອງ. ພ້ອມນີ້ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ: ຜ່ານການຈັດຕັ້ງປະຕິບັດນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອໂຄວິດ-19 ໃຫ້ເປັນສູນ ຈະເຮັດໃຫ້ຈີນໄດ້ຮັບໄຊຊະນະເໜືອພະຍາດດັ່ງກ່າວນີ້.

ນັບແຕ່ເລີ່ມຕົ້ນຕໍ່ສູ້ກັບການລະບາດຂອງໂຄວິດ-19 ຢູ່ເມືອງອູຮັ່ນ, ແຂວງຫູເປີຍ ເມື່ອ 2 ປີກ່ອນ ຈົນມາຮອດປັດຈຸບັນ ຈີນ ໄດ້ຢຶດໝັ້ນດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະ ຍາດດັ່ງກ່າວຢ່າງເຂັ້ມງວດດ້ວຍນະໂຍບາຍ Dynamic Zero Covid ຢ່າງມີປະສິດທິພາບດີ. ຢ່າງໃດກໍຕາມ ຈາກການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວທີ່ຕ້ອງໄດ້ປິດບາງພື້ນທີ່, ປິດບາງໂຮງຈັກ-ໂຮງງານ, ຮ້ານຄ້າ, ການຮຽນ-ການສອນແບບເຊິ່ງໜ້າຂອງສະຖາບັນການສຶກສາ ແລະ ສະຖານທີ່ອື່ນໆ ທີ່ມີຜູ້ຕິດເຊື້ອໃນໄລຍະຊົ່ວຄາວເພື່ອຄວບຄຸມການລະບາດຂອງໂຄວິດ-19 ຖືກສື່ຕາເວັນຕົກ ຈໍານວນໜຶ່ງຕັ້ງຄໍາຖາມຂຶ້ນເປັນປະຈໍາວ່າເຂັ້ມງວດເກີນໄປ ຫຼື ບໍ່ ແລະ ມັກອອກຂ່າວໃນທາງທີ່ບໍ່ສ້າງສັນ ຫຼື ມີການວິພາກວິຈານໄປໃນທາງທີ່ບໍ່ສ້າງສັນກ່ຽວກັບນະໂຍບາຍດັ່ງກ່າວນີ້ຂອງຈີນ.

ຕ້ອງຍອມຮັບວ່າ: ການຢຸດຕິການຜະລິດຕາມປົກກະຕິຂອງບັນດາໂຮງຈັກ-ໂຮງງານຊົ່ວຄາວ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດໃນລະດັບໜຶ່ງ ພ້ອມນີ້ເຊື້ອໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ ເຊິ່ງທົ່ວໂລກມີຜູ້ເສຍຊີວິດຍ້ອນພະ ຍາດໂຄວິດ-19 ແລ້ວຫຼາຍກວ່າ 6,6 ລ້ານຄົນ, ໃນນີ້ ສປຈີນ ທີ່ມີປະຊາກອນຫຼາຍກວ່າໝູ່ໃນໂລກ ແລະ ມີການລະບາດຂອງພະຍາດຊະນິດນີ້ຢ່າງຮ້າຍແຮງກ່ອນໝູ່ໃນໂລກ,ມາຮອດວັນທີ 15 ພະຈິກ 2022 ທົ່ວປະເທດຈີນມີຜູ້ເສຍຊີວິດລວມທັງໝົດ 5.226 ຄົນ. ຂະນະທີ່ຜູ້ຕິດເຊື້ອລວມທັງໝົດ 275.420 ຄົນ ຈັດຢູ່ອັນດັບທີ 105 ທີ່ມີຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດໃນໂລກ

ລັດຖະບານຈີນ ຢືນຢັນນໍາໃຊ້ນະໂຍ ບາຍ Dynamic Zero Covid ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ເພື່ອຮັບປະກັນຄວາມປອດໄພດ້ານສຸຂະ ພາບຂອງປະຊາຊົນ ແລະ ເພື່ອຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກເປັນປະເທດທີ່ມີະຊາກອນເຖີງ 1 ຕື້ 400 ລ້ານກວ່າຄົນ ແລະ ຍັງປະເຊີນໜ້າກັບປັນຫາການພັດທະນາທີ່ບໍ່ສົມດູນກັນໃນທ້ອງຖິ່ນຕ່າງໆ, ລວມເຖີງຍັງຂາດເຂີນບຸກຄະລາກອນທາງການແພດ ແລະ ການຈັດສັນອຸປະກອນການແພດໃນຫລາຍທ້ອງຖິ່ນ. ຂະນະດຽວກັນ ຈີນ ເປັນປະເທດທີ່ມີຜູ້ອາຍຸສູງ 60 ປີຂຶ້ນໄປຫຼາຍກວ່າ 267 ລ້ານຄົນ, ຖ້າຫາກບໍ່ນໍາໃຊ້ມາດຕະການປ້ອງກັນພະຍາດທີ່ເຂັ້ມງວດ ແລະ ເດັດຂາດ, ໂຄວິດ-19 ສາຍພັນໂອໄມຄຣອນທີ່ແຜ່ລະບາດໄດ້ຢ່າງວ່ອງໄວໃນປັດຈຸບັນຄົງຍາກທີ່ຈະຄາດເດົາໄດ້ວ່າພາຍໃນປະເທດຈີນຈະມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດດັ່ງກ່າວໂດຍສະເພາະຜູ້ມີອາຍຸສູງ ແລະ ເດັກນ້ອຍເພີ່ມຂຶ້ນອີກຈໍານວນຫຼາຍເທົ່າໃດ.

ບັນດາມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ທີ່ເຂັ້ມງວດ ແລະ ເດັດ ຂາດ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດ-ສັງຄົມຢ່າງຫຼີກລ່ຽງບໍ່ໄດ້ໃນໄລຍະສັ້ນ ແຕ່ໂດຍລວມແລ້ວຈາກສະພາບຄວາມເປັນຈິງ ແລະ ຜົນສໍາເລັດທີ່ເປັນຮູບປະທໍາຢ່າງຊັດເຈນໄລຍະຜ່ານມາ ສະແດງໃຫ້ເຫັນວ່ານະໂຍບາຍ Dynamic Zero Covid ຂອງຈີນ ເປັນນະໂຍບາຍທີ່ດີ ແລະ ມີປະສິດທິພາບສູງ, ທັງສາມາດເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຕາມປົກກະຕິໃນພື້ນທີ່ສ່ວນໃຫຍ່ຂອງປະເທດດໍາເນີນໄປດ້ວຍດີ ແລະ ມີທ່າອ່ຽງທີ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງສະແດງອອກໃນໄຕມາດທໍາອິດຂອງປີ 2022 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນທ່າມກາງສະພາບອັດຕາເງິນເຟີ້ທົ່ວໂລກ ລາຄາສິນຄ້າພາຍໃນຍັງຄົງຕົວ. ຂະນະທີ່ມູນຄ່າການຄ້າສິນຄ້າຂອງຈີນໃນໄລຍະເວລາດັ່ງກ່າວເພີ່ມຂຶ້ນ 10,7% ແລະ ບໍລິສັດໃຫຍ່ຂອງຈີນມີກໍາໄລເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ດ້ວຍເຫດຜົນທັງໝົດທີ່ກ່າວມານີ້, ສາມາດສະຫລຸບໄດ້ວ່າ: ນະໂຍ ບາຍ Dynamic Zero Covid ຂອງລັດຖະບານຈີນຖືເປັນນະໂຍບາຍທີ່ຊ່ວຍຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງຈີນຕາມປົກກະຕິ ແລະ ເປັນນະໂຍບາຍທີ່ຮັບປະກັນດ້ານສຸຂະພາບທີ່ເຂັ້ມແຂງສຳລັບປະຊາຊົນຈີນທີ່ມີ 1 ຕື້ 400 ລ້ານກວ່າຄົນ. ດັ່ງນັ້ນ ລັດຖະບານຈີນ ຢືນຢັນຈະນໍາໃຊ້ນະໂຍບາຍດັ່ງກ່າວນີ້ຕໍ່ໄປ ແຕ່ອາດຈະມີການປັບປ່ຽນບາງມາດຕະການເພື່ອໃຫ້ເຂົ້າກັບສະພາບການ ແລະ ເງື່ອນໄຂຄວາມເປັນຈິງຂອງແຕ່ລະທ້ອງຖິ່ນໃນທົ່ວປະເທດ ແຕ່ຕ້ອງຮັບປະກັນປະ ສິດທິພາບສູງສຸດ.