ປິດກອງປະຊຸມສຸດຍອດຜູ້ນຳອາຊຽນ ອິນໂດເນເຊຍຮັບໜ້າທີ່ປະທານປີ 2023

28

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ກຳປູເຈຍເປັນເຈົ້າພາບ ໃນນາມປະທານອາຊຽນ ໄດ້ປິດລົງໃນວັນທີ 13 ພະຈິກ 2022 ໂດຍ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈົ່ງເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ເພື່ອຮັກສາຜົນປະໂຫຍດຮ່ວມກັນຂອງພາກພື້ນ ເຊິ່ງການທະວີການຮ່ວມມືກັນຢ່າງແໜ້ນແຟ້ນເປັນເອກະພາບກັນ ຈະເຮັດໃຫ້ອາຊຽນກາຍເປັນພາກພື້ນທີ່ມີສະຖຽນລະພາບ, ມີຄວາມເຂັ້ມແຂງ.

May be an image of 2 people and people standing

ຫຼັງຈາກນັ້ນ, ນາຍົກລັດຖະມົນຕີ ໄດ້ມອບຄ້ອນສັນຍາລັກໃຫ້ແກ່ ທ່ານ ໂຈໂກ້ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເພື່ອປະຕິບັດໜ້າທີ່ປະທານອາຊຽນ ໃນປີ 2023, ຂະນະທີ່ຜູ້ນຳອິນໂດເນເຊຍ ກ່າວວ່າ: ອາຊຽນຕ້ອງຢຶດໝັ້ນ ໂດຍບໍ່ເປັນຕົວແທນໃຫ້ແກ່ “ ມະຫາອຳນາດປະເທດໃດກໍຕາມ ” ແລະ ຕ້ອງເພີ່ມທະວີການຮ່ວມມືກັນ ເພື່ອບໍ່ໃຫ້ບັນດາປະເທດມະຫາອຳນາດອາໄສພູມີສາດການເມືອງໃນພາກພື້ນນີ້ ເພື່ອເປັນສະໝໍລະພູມສົງຄາມເຢັນຄັ້ງໃໝ່.

May be an image of 3 people, people standing and suit