ແຕ່ເຊົ້າມືດມື້ນີ້ ຊາວລາວຮ່ວມໃຈກັນໃສ່ບາດໃນງານບຸນພະທາດຫຼວງຢ່າງຄັບຄັ່ງ

114

ການໃສ່ບາດຖືເປັນກິດຈະກຳທີ່ຂາດບໍ່ໄດ້ສຳລັບບຸນນະມັດສະການພະທາດຫຼວງວຽງຈັນ ໂດຍປີນີ້ແຕ່ເຊົ້າມືດຂອງມື້ນີ້ກໍ່ຄືຂຶ້ນ 15 ຄ່ຳເດືອນ 12 ລາວປີຂານ 2565 ຊາວພຸດສາສະນິກະຊົນແມ່ນໄດ້ທະຍອຍກັນເຂົ້າສູ່ເດິ່ນພະທາດຫຼວງ ເພື່ອໃສ່ບາດ ບັນຍາກາດການໃສ່ບາດແມ່ນເຕັມໄປດ້ວຍຄວາມເບິກບານສຳລານໃຈ ນຳພາໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ການນຳພັກລັດທຸກພາກສ່ວນ ແລະ ປວງຊົນລາວທົ່ວປະເທດເຂົ້າຮ່ວມ.

ບຸນນະມັດສະການພະທາດຫຼວງ ແມ່ນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ, ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຄົບງັນ 5 ວັນເຕັມ (ວັນທີ 4-8 ພະຈິກ 2022) ເນື່ອງຈາກບໍ່ໄດ້ຈັດງານໃຫຍ່ມາ 2 ປີ ຈາກການລະບາດຂອງພະຍາດໂຄວິດ-19.


ພິທີເປີດງານບຸນນະມັດສະການພະທາດຫຼວງ ແລະ ງານຕະຫຼາດນັດ ປະຈຳປີ 2022 ແມ່ນໄດ້ເປີດຢ່າງເປັນທາງການ ໃນຕອນແລງວັນສຸກ ວັນທີ 4 ພະຈິກ 2022 ຜ່ານມາ ທີ່ເດີ່ນພະທາດຫຼວງ ໂດຍໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳ ທີ່ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດລາວ.

ແລະມາຮອດວັນທີວັນທີ 8 ພະຈິກຊຶ່ງເປັນມື້ສຸດທ້າຍຂອງງານບຸນແມ່ນ ເວລາ 7:00 ໂມງ ມີພິທີໃສ່ບາດຖວາຍສັງກະທານ ຫຼັງຈາກນັ້ນ ຮອດເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ, ກ່ອນຈະໄປປິດທ້າຍງານບຸນກັບພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ສັກກະລະບູຊາອົງພະທາດຫຼວງໃນເວລາ 19:00 ໂມງຂອງວັນດຽວກັນ.


ການຈັດງານບຸນໃນຄັ້ງນີ້ ແມ່ນເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງບຸນນະມັດສະການພະທາດຫຼວງຂອງຊາວລາວ ກໍຄືຊາວນະຄອນຫຼວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ.

ພ້ອມນັ້ນ, ທັງເປັນການສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືການຟື້ນຟູເສດຖະກິດດ້ວຍຮູບການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ການຄ້າ, ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດ໊ອບ ທີ່ໄດ້ກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມາວາງສະແດງ ແລະ ຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ຕະຫລອດຮອດແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າ, ພ້ອມທັງເປັນການແລກປ່ຽນບົດຮຽນ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ.