ມອບ-ຮັບ ແລະ ເປີດນຳໃຊ້ ອາຄານຫ້ອງກວດວິເຄາະຫາເຊື້ອໂຄວິດ-19 ທີ່ໂຮງໝໍແຂວງວຽງຈັນ

37

ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກະຈາຍໄປທົ່ວໂລກ, ທົ່ວພາກພື້ນ, ກໍຄືໃນ ທົ່ວ ສປປ ລາວ ໂດຍສະເພາະແຂວງວຽງຈັນ ໃນໄລຍະເກືອບ 3 ປີຜ່ານມາ ຂະແໜງສາທາລະນະສຸກ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງໂດຍສະເພາະບັນຫາດ້ານສະຖານທີ່ການຈຳກັດບໍລິເວນ ແລະ ການແຍກປິ່ນປົວ,ພະນັກງານວິຊາການ, ຄວາມຈຳກັດດ້ານການກວດວິເຄາະຫາເຊື້ອພະຍາດ ແລະ ອື່ນໆ.

ສະນັ້ນ, ກະຊວງສາທາລະນະສຸກ ຈຶ່ງຕົກລົງເຫັນດີອະນຸມັດໃຫ້ຕັ້ງຫ້ອງກວດຫາເຊື້ອພະຍາດໂຄວິດ-19 ໃຫ້ໂຮງໝໍແຂວງວຽງຈັນ ດ້ວຍງົບປະມານການກໍ່ສ້າງສ້ອມແປງເປັນທຶນສົມທົບຈາກແຂວງ ເປັນມູນຄ່າ 174.000.000 ກີບ ເຊິ່ງລົງມືກໍ່ສ້າງແຕ່ເດືອນພະຈິກ 2021 ຫາ ເດືອນກຸມພາ 2022 ເປັນເວລາ 3 ເດືອນ ຈາກນັ້ນທາງສູນວິເຄາະລະບາດວິທະຍາກະຊວງສາທາລະນະສຸກ ຈຶ່ງໄດ້ຕິດຕັ້ງເຄື່ອງກວດທີ່ຄົບຊຸດທີ່ເປັນມູນຄ່າ 2 ຕື້ກວ່າກີບ ແລະ ໄດ້ຝຶກອົບຮົມວິທີການກວດໃຫ້ວິຊາການໃນໂຮງໝໍແຂວງໃຫ້ມີຄວາມຊຳນານ ແລະ ປັດຈຸບັນແມ່ນມີຄວາມສາມາດ ກວດໄດ້ຢ່າງສົມບູນແລ້ວ.

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວວ່າ: ຄຽງຄູ່ກັບຜົນສໍາເລັດ ທີ່ພວກເຮົາຍາດມາໄດ້ນັ້ນ ແຕ່ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງ ພັກ-ລັດ ແລ້ວ ພວກເຮົາຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ພ້ອມກັນສູ້ຊົນບຸກບຶນຕື່ມ ເພື່ອຍົກລະດັບຄຸນນະພາບທາງດ້ານວິຊາການ, ເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານແພດໝໍ, ພະຍາບານທັງໝົດໃຫ້ສູງຂຶ້ນ, ຍົກສູງຈັນຍາບັນ, ຈັນຍາທໍາ ຂອງພະນັກງານແພດໝໍ ໃນການບໍລິການປິ່ນປົວພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມເຊື່ອໜັ້ນຕໍ່ວິຊາການ ໂດຍສະເພາະການປະຕິບັດ ມາດຖານ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກ ວາງອອກ.

ທ່ານຮອງລັດຖະມົນຕີໃຫ້ກ່າວຕື່ມອີກວ່າ: ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິເຄາະ, ວິໄຈ, ກວດ ແລະ ບົ່ງມະຕິພະຍາດໃຫ້ມີຄວາມທັນສະໄໝ ຍັງມີເປັນວຽກງານທີ່ຕ້ອງເອົາໃຈໃສ່. ດັ່ງນັ້ນ,​ ການສ້າງຫ້ອງວິເຄາະຂອງໂຮງໝໍແຂວງຄັ້ງນີ້ ກໍແມ່ນນິມິດໝາຍອັນດີຂອງແຂວງທີ່ຍົກລະດັບຄວາມສາມາດຂອງໂຮງໝໍແຂວງໃນການບົ່ງມະຕິພະຍາດໃຫ້ສູງຂຶ້ນ ໂດຍເປັນຫ້ອງວິເຄາະທີ່ມີເຄື່ອງມື, ອຸປະກອນທັນສະໄໝ ໄດ້ມາດຕະຖານຄວາມປອດໄພທາງຊີວະພາບ ສາມາດບົ່ງມະຕິພະຍາດທີ່ເກີດຂຶ້ນໃໝ່ ແລະ ພະຍາດລະບາດຕ່າງໆທີ່ອາດເກີດຂຶ້ນແຕ່ລະໄລຍະເຊັ່ນ: ໂຄວິດ-19 ທີ່ເປັນພະຍາດທີ່ບໍ່ເຄີຍມີມາກ່ອນແຕ່ເຮົາສາມາດບົ່ງມະຕິໄດ້ດ້ວຍເຄື່ອງດັ່ງກ່າວ, ເຊັ່ນເຄື່ອງກວດວິເຄາະ RT-PCR ເຂົ້າໃນການບົ່ງມະຕິພະຍາດ ເຊິ່ງເປັນເຄື່ອງມືວິເຄາະທີ່ສາມາດກວດວິເຄາະພະຍາດໄດ້ຫຼາຍຊະນິດ ແລະ ມີຄວາມຊັດເຈນສູງເຮັດໃຫ້ສາມາດບົ່ງມະຕິພະຍາດໄດ້ໄວ ແລະ ຖືກຕ້ອງ ເຊິ່ງຈະຊ່ວຍ ສະໜັບສະໜູນວຽກວານ 5 ດີ 1 ພໍໃຈ ໄດ້ເປັນຢ່າງດີ.

ທັງນີ້, ພິທີມອບ-ຮັບ ແລະ ເປີດນຳໃຊ້ ອາຄານຫ້ອງກວດວິເຄາະຫາເຊື້ອໂຄວິດ-19 ທີ່ໂຮງໝໍແຂວງວຽງຈັນ ຈັດຂຶ້ນວັນທີ 1 ພະຈິກ 2022 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ແຂວງວຽງຈັນ, ຄະນະພະແນກສາທາລະນະສຸກແຂວງ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ຄະນະອຳນວຍການໂຮງໝໍ, ແພດໝໍ ແລະ ບັນດາພະນັກງານວິຊາການ ເຂົ້າຮ່ວມ.