ອິນເດຍ ຈັບຜູ້ຖືກຫາ 9 ຄົນ ອາດກ່ຽວຂ້ອງກັບຂົວແຂວນຫັກ

46

ສຳນັກຂ່າວ CNN ລາຍງານໃນວັນທີ 1 ພະຈິກ 2022 ວ່າ: ເຈົ້າໜ້າທີ່ຕຳຫຼວດອິນເດຍ ໄດ້ຈັບກຸມຜູ້ຖືກຫາ 9 ຄົນ ເຊິ່ງຄາດວ່າ ອາດຈະມີສ່ວນກ່ຽວຂ້ອງກັບຂົວແຂວນ ( ຂົວອູ່ ) ຫັກພັງໃນແຂວງຄຸຊຣາດ ຂອງອິນເດຍ ຈົນເຮັດໃຫ້ມີຜູເສຍຊີວິດ 134 ຄົນ ເມື່ອວັນທີ 30 ຕຸລາຜ່ານມາ.

May be an image of 1 person and outdoors

ຜູ້ຖືກຫາທັງໝົດເປັນພະນັກງານຂອງ ບໍລິສັດ ໂອເຣວາ ຜູ້ຜະລິດເຄື່ອງໃຊ້ໄຟຟ້າໃນແຂວງ    ຄຸຊຣາດ ທີ່ຮັບຜິດຊອບສ້ອມແປງຂົວດັ່ງກ່າວ, ຫຼັງຈາກທີ່ສ້ອມແປງແລ້ວ ຂົວດັ່ງກ່າວໄດ້ໃຫ້ບໍລິການເມື່ອອາທິດຜ່ານມານີ້, ກ່ອນຈະຫັກພັງລົງໃນວັນອາທິດຜ່ານມາ. ຜູ້ຖືກຫາທັງ 9 ຄົນ ແບ່ງອອກເປັນຜູ້ຈັດການ 2 ຄົນ, ຜູ້ຂາຍປີ້ 2 ຄົນ, ຜູ້ຮັບເໝົາ 2 ຄົນ ແລະ ພະນັກງານຮັກສາ ຄວາມປອດໄພ 3 ຄົນ ໂດຍເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາວ່າ ເຮັດໃຫ້ຜູ້ອື່ນເສຍຊີວິດ ແຕ່ບໍ່ແມ່ນຄາຕະກຳ.

May be an image of 5 people and outdoors

ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 18:30 ໂມງ ຂອງວັນອາທິດຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 134 ຄົນ, ໃນນັ້ນມີເດັກນ້ອຍ 30 ຄົນ, ທາງການອິນເດຍ ເປີດເຜີຍວ່າ: ໃນເວລາດັ່ງກ່າວມີປະຊາຊົນຢູ່ເທິງຂົວດັ່ງກ່າວຫຼາຍຮ້ອຍຄົນ ເຮັດໃຫ້ສາຍແຄັບເບີ້ລດ້ານໜຶ່ງຂາດ.