ປິດໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ໃນພາກອຸດສາຫະກຳ ທີ່ຈັດຕັ້ງປະຕິບັດໃນ ສປປ ລາວ

85

ວັນທີ 28 ຕຸລາ 2022 ທີ່ໂຮງແຮມຄຣາວພາຊາ ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ UNIDO ໄດ້ຈັດກອງປະຊຸມ ສະຫຼຸບປິດໂຄງການ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສິ່ງເສດເຫຼືອຊີວະມວນ ທີ່ຈັດຕັ້ງປະຕິບັດຢູ່ບາງບໍລິສັດ ໃນ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສົມໝາຍ ຟ້າມີ່ງ ຜູ້ຕາງໜ້າອົງການ UNIDO ປະຈຳ ສປປ ລາວ, ທ່ານ ຈອດຊີ ໂທມ໋າສ ຜູ້ຈັດການໂຄງການ ຕາງໜ້າອົງການ UNIDO ແລະ ພາກສ່ວນກ່ຽວຂ້ອງຈາກຂະແໜງການຕ່າງໆເຂົ້າຮ່ວມ.

ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຂວງອຸດສາຫະກຳ ແລະ ການຄ້າ ກ່າວບາງຕອນວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າເປັນກະຊວງຫຼັກໃນການຮ່ວມມື ເພື່ອພັດທະນາອຸດສາຫະກຳ ກັບອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO) ນັບແຕ່ຕົ້ນປີ 2000 ຈົນຮອດປະຈຸບັນ, ໃນນັ້ນໄດ້ມີການຮ່ວມມື ແລະ ຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານໃນຫລາຍໆ ໂຄງການ, ປະຈຸບັນກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ຮັບການຊ່ວຍເຫຼຶອໂຄງການ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສີ່ງເສດເຫຼືອຊີວະມວນ ແຕ່ປີ 2016 ໂດຍມີຄູ່ຮ່ວມຈາກສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່, ໂຄງການດັ່ງກ່າວມີຈຸດປະສົງ ແລະ ເປົ້າໝາຍໃນການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວອອກສູ່ສີ່ງແວດລ້ອມ ໂດຍການຫຼຸດຜ່ອນ ຫຼື ປ່ຽນແທນການນໍາໃຊ້ເຊື້ອເພີງດັ່ງເດີມດ້ວຍການນໍາໃຊ້ພະລັງງານທົດແທນ ຈາກຊີວະມວນ ແລະ ຊີວະມວນໃນຮູບແບບອັດເມັດ.

ໃນໄລຍະການຈັດຕັ້ງປະຕິບັດໂຄງການ ກົມອຸດສາຫະກຳ ແລະ ຫັດຖະກໍາ ໃນນາມເປັນຈຸດສູນກາງຈັດຕັ້ງປະຕິບັດໂຄງການໂດຍລວມ ແລະ ເຮັດໜ້າທີ່ປະສານງານ ກັບຄູ່ຮ່ວມຂອງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດຕາມກອບໜ້າວຽກ ຊຶ່ງສາມາດເຮັດສຳເລັດໄດ້ແລ້ວຈຳນວນໜຶ່ງ ເປັນຕົ້ນ ການສ້າງຕັ້ງສູນຮຽນຮູ້ ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຊີວະມວນ, ຮ່າງຍຸດທະສາດພະລັງງານຊີວະມວນ ສຳລັບພາກອຸດສາຫະກຳ ໃນ ສປປ ລາວ, ການສົ່ງເສີມການຜະລິດແຫ່ງທຳອິດຢູ່ແຂວງບໍລິຄໍາໄຊ ຊຶ່ງຖືວ່າເປັນຊີວະມວນອັດເມັດຂອງໂຮງງານຜະລິດຊິວະມວນອັດເມັດແຫ່ງທີສອງຖັດຈາກ ໂຮງງານຜະລິດຊີວະມວນອັດເມັດ ຂອງບໍລິສັດດອກຈຳປາ ຢູ່ແຂວງອັດຕະປື ແລະ ຊ່ວຍເຫຼືອ ການອອກແບບ ແລະ ສ້າງເຕົາທົດລອງການນໍາໃຊ້ເຊື້ອເພີງຊີວະມວນອັດເມັດຢູ່ໂຮງງານເກືອເວີນຄຳ.

ການຈັດຕັ້ງປະຕິບັດໂຄງການນີ້ ຖືວ່າ ເປັນໂຄງການທີ່ສຳຄັນ ແລະ ເຫັນວ່າສາມາດຕອບສະໜອງໄດ້ຕາມທິດທາງ, ນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນວຽກງານການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດພັນທະຕາມສົນທິສັນຍາສາກົນທີ່ ສປປ ລາວ ເຮົາໄດ້ລົງນາມ ເປັນປະເທດພາຄີໃຫ້ສຳເລັດດີ.