ອະນາໄມວັດພູ ສະຖານທີ່ທ່ອງທ່ຽວມໍລະດົກໂລກ ຮອງຮັບການທ່ອງທ່ຽວ ແລະ ໃຫ້ມີຄວາມສະອາດງາມຕາ

56

ໜັງງສືພິມຈຳປາໄໝ່ ແຂວງຈຳປາສັກ ລາຍງານວ່າ: ວັນທີ​ 21 ຕຸລາ​ 2022 ຜ່ານມາ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ນໍາ​ໂດຍ​ ທ່ານ​ ນາງ​ ແສງສຸວັນ ຊຸຍພະສິດ ກໍາມະການພັກແຂວງ​ ຫົວໜ້າ​ພະແນກ​ ຖວທ​ ແຂວງ ​ຮ່ວມກັບ ຂະແໜງມໍລະດົກໂລກວັດພູຈໍາປາສັກ, ຫ້ອງການ ຖວທ ເມືອງຈຳປາສັກ ແລະ ບໍລິສັດ​ ຍິ່ງໂຊກໄຊ​


ຕະຫຼອດຮອດຄະນະພັກ​ – ອົງ​ການປົກຄອງ​ບ້ານ,​ ອົງ​ການ​ຈັດຕັ້ງ​ຕ່າງໆ​ຂອງ​ບ້ານ​ ແລະ​ ພໍ່ແມ່​ປະຊາຊົນບ້ານໜອງສະ ເມືອງ​ຈໍາປາສັກ​ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ໄດ້ສ້າງຂະບວນອະນາໄມສະຖານທີ່ທ່ອງທ່ຽວບູລິມະສິດ ມໍລະດົກ​ໂລກ​ວັດພູຈໍາປາສັກ​ ພາຍຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.


ຈຸດປະສົງ​ ກໍເພື່ອຮອງຮັບການທ່ອງທ່ຽວ​ ແລະ​ ທັງເປັນການອະນາໄມສະຖານທີ່ດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ.​ ນອກນີ້,​ ກໍເພື່ອ​ສ້າງຜົນງານ, ສ້າງຂະບວນການຕ້ອນຮັບນັກທ່ອງທ່ຽວ​ ໃນລະດູການທ່ອງທ່ຽວທີ່ຈະມາເຖິງນີ້​ ແລະ​ ຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ,​ ຂອງພັກ​ ແລະ​ ຂອງແຂວງ​ ໃຫ້ມີບັນຍາກາດຟົດຟື້ນ​ ແລະ​ ມີເນື້ອໃນຄວາມໝາຍເລິກ​ເຊິ່ງ.