ອິນເດຍ ປະສົບຜົນສຳເລັດ ສົ່ງດາວທຽມ 36 ດວງຂຶ້ນສູ່ວົງໂຄຈອນ

124

ສຳນັກຂ່າວຊິນຫົວ ລາຍງານໃນວັນທີ 24 ຕຸລາ 2022 ວ່າ: ອົງການວິໄຈອະວະກາດຂອງອິນເດຍ ( ISRO ) ໄດ້ປະສົບຜົນສຳເລັດໃນການສົ່ງດາວທຽມສື່ສານ 36 ດວງ ຂຶ້ນສູ່ວົງໂຄຈອນ ໂດຍໃຊ້ຈະຫຼວດ LVM3 ສົ່ງດາວທຽມດັ່ງກ່າວຂຶ້ນສູ່ວົງໂຄຈອນ.

May be an image of outdoors

ທັງນີ້, ຈະຫຼວດ LVM3-M2 ພ້ອມດາວທຽມທັງໝົດ ໄດ້ຖືກປ່ອຍອອກຈາກສູນອະວະກາດໃນແຂວງອານທອນ ປະເທດທາງພາກໃຕ້ຂອງອິນເດຍ ເມື່ອວັນອາທິດຜ່ານມາ ຕາມເວລາທ້ອງຖິ່ນ ໂດຍພາລະກິດດັ່ງກ່າວ ມີລະຫັດວ່າ LVM3-M2/OneWeb India-1 ສາມາດບັນທຸກດາວທຽມທັງ 36 ດວງ ເຂົ້າສູ່ວົງໂຄຈອນໄດ້ຕາມແຜນທີ່ກຳນົດໄວ້.

May be an image of outdoors

ພາລະກິດ LVM3-M2 ເປັນພາລະກິດເຊີງການຄ້າ ສຳລັບລູກຄ້າຕ່າງຊາດຢ່າງ ວັນເວັບ ( OneWeb ) ຜູ້ໃຫ້ບໍລິການອິນເຕີເນັດຜ່ານດາວທຽມບຣອດແບນ ຜ່ານການດຳເນີນງານຂອງ ບໍລິສັດ ນິວສະເປຊ ອິນເດຍ ຈຳກັດ ເຊິ່ງເປັນລັດວິສາຫະກິດຂອງອິນເດຍ.