ສະຕາບັກຊ໌ ກຽມເປີດໂຕຮ້ານສາຂາທຳອິດໃນປະເທດລາວ ເດືອນພະຈິກນີ້

91

ສະຕາບັກຊ໌ ຈະມີການເປີດໂຕຮ້ານຢ່າງເປັນທາງການ ໃນວັນທີ 3 ພະຈິກ ທີ່ກໍາລັງຈະມາເຖິງນີ້ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ ເພື່ອໃຫ້ລູກຄ້າຊາວລາວໄດ້ສຳຜັດກັບປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ເປັນຄັ້ງທໍາອິດ.

ເພື່ອເປັນການສະເຫຼີມສະຫຼອງການເປີດໂຕຂອງສະຕາບັກຊ໌, ສຳລັບລູກຄ້າ 300 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຈອກ ແລະ ຕຸກກະຕາໝີບາຣີສຕ້າສຸດພິເສດຟຣີທັນທີເມື່ອຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກສະຕາບັກຊ໌.


ທ່ານສາມາດຕິດຕາມການເຄື່ອນໄຫວຂອງ ສະຕາບັກຊ໌ ລາວ ໄດ້ທີ່ Facebook ແລະ Instagram “Starbucks Laos”

ລາຍລະອຽດຮ້ານວັນ ແລະ ເວລາ ເປີດຮ້ານຢ່າງເປັນທາງການ: ວັນພະຫັດ, ວັນທີ 3 ພະຈິກ 2022 ເວລາ 13:30 ໂມງ
ສະຖານທີ່: ຮ້ານ ສະຕາບັກຊ໌ ລາວ, ສູນການຄ້າ ພາກຊັນ ລາວ, 011 ຖະໜົນຄູວຽງ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ.