ຫັນວິກິດເປັນໂອກາດ ຈາກສວນດອກໄມ້ສູ່ສວນຜັກ ຊົມເຊີຍທີ່ເຮັດໄດ້

48

ຕ້ອງຊົມເຊີຍຄູອາຈານໃນໂຮງຮຽນ ມ ຕົ້ນດອກເຜິ່ງ ເມືອງຊຽງເງິນ ແຂວງໄຊຍະບູລີ ທີ່ຫັນການນຳໃຊ້ໜານດອກໄມ້ມາເປັນສວນຜັກທີ່ງົດງາມທ່າມກາງລາຄາຜັກຕາມທ້ອງຕະຫຼາດກຳລັງແພງໃນລະຫວ່າງປາຍຝົນຕົ້ນໜາວ.

ຜ່ານມາສ່ວນໃຫຍ່ມີແຕ່ໂຮງຮຽນກິນນອນ ທີ່ໄດ້ເຮັດກິດຈະກຳສວນຄົວ ເພື່ອໃຫ້ມີໄວ້ບໍລິໂພກ ແຕ່ນີ້ໂຮງຮຽນມັດທະຍົມຕອນຕົ້ນດອກເຜິ້ງໄດ້ນຳໃຊ້ສວນດອກໄມ້ຕາມຮົ້ວໂຮງຮຽນປູກຜັກ ຖືເປັນຕົວຢ່າງທີ່ດີ ແລະນຳໃຊ້ທີ່ດິນເປັນປະໂຫຍດທີ່ສຸດໃນທ່າມກາງເຂົ້າຍາກໝາກແພງ.

ການນຳພານ້ອງນັກຮຽນປູກຜັກສວນຄົວນອກຈາກຈະໄດ້ຜັກໄປກິນໃນຊີວິດປະຈຳວັນແລ້ວຍັງເປັນການຝຶກເດັກໃຫ້ມີທັກສະໃນການເຮັດກະສິກຳ ເພື່ອເປັນຕົ້ນທຶນຊີວິດໃນວັນຂ້າງໜ້າຂອງເຂົາເຈົ້ານຳ.


ຄວາມຈີງແລ້ວ ໂຮງຮຽນດອກເຜີ້ງບໍແມ່ນຫາກໍ່ເລີ່ມປູກຜັກໃນປີນີ້ເທົ່ານັ້ ແຕ່ປີຜ່ານມາກໍ່ໄດ້ນຳພານ້ອງນັກຮຽນເຮັດກິດຈະກຳນອກຫຼັກສູດກໍ່ຄືເຮັດສວນຜັກແບບດຽວກັນ ນີ້ຖືເປັນການຝຶກທັກສະພື້ນຖານໃຫ້ນ້ອງນຸ່ງໃນການໃຊ້ຊີວິດ ຫາກວັນໜຶ່ງບໍ່ມີຫຍັງກໍ່ໃຫ້ສາມາດປູກຜັກປູກຫຍ້າເພື່ອເປັນອາຫານ ແລະເຮັດເປັນອາຊີບໄດ້.