12 ປີ ຕະຫຼາດຫຼັກຊັບລາວເຂັ້ມແຂງ, ປັດຈຸບັນມີ 11 ບໍລິສັດຈົດທະບຽນ ມູນຄ່າລະດົມທຶນ 6.818 ຕື້ກີບ

100

ກ້າວເຂົ້າສູ່ປີທີ 12 ຢ່າງເປັນທາງການ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຕະຫຼາດທຶນລາວ ໂດຍສະເພາະແມ່ນການລົງທຶນໃນຮຸ້ນທີ່ມວນຊົນໃຫ້ຄວາມສົນໃຈເປັນພິເສດ ເຖິງແມ່ນວ່າໄລຍະ 2 ປີຜ່ານມາ, ບັນຍາກາດການຊື້-ຂາຍຮຸ້ນຈະງຽບເຫງົ້າກໍຕາມ ຍ້ອນໄດ້ຮັບຜົນກະທົບຈາກໂຄວິດ-19, ແຕ່ປັດຈຸບັນ ແມ່ນກັບມາຄຶກຄື້ນອີກຄັ້ງ ແລະ ຄາດວ່າໃນຕົ້ນປີ 2023 ເປັນຕົ້ນໄປ ຈະໄດ້ຮັບຄວາມສົນໃຈຈາກນັກລົງທຶນຍິ່ງຂຶ້ນ.

ດ້ານຜູ້ອຳນວຍການຕະຫຼາດຫຼັກຊັບລາວ (ຕລຊລ) ເປີດເຜີຍວ່າ: 12 ປີຜ່ານມາ, ຕະຫຼາດຫຼັກຊັບລາວ ໄດ້ມີການພັດທະນາໃນຫຼາຍດ້ານເປັນຕົ້ນແມ່ນການເພີ່ມຂຶ້ນຂອງ 11 ບໍລິສັດຈົດທະບຽນ ຄິດເປັນຄ່າລະດົມທຶນທັງໝົດ ຈໍານວນ 6.818 ຕື້ກີບ ແລະ ມີມູນຄ່າຕະຫຼາດທັງໝົດ 10.869 ຕື້ກີບ ແລະ ໃນວັນທີ 18 ຕຸລາ 2022 ຜ່ານມາ, ຕະຫຼາດຫຼັກຊັບລາວ ໄດ້ຈັດງານເສວະນາໃນຫົວຂໍ້: “ຜົນປະໂຫຍດຂອງຮຸ້ນກູ້ ແລະ ການເຕີບໃຫຍ່ຂອງກອງທຶນໃນຕະຫຼາດທຶນ” ທີ່ສໍານັກງານໃຫຍ່ຕະຫຼາດຫຼັກຊັບລາວ ໂດຍມີນັກວິທະຍາກອນຜູ້ຊ່ຽວຊານຈາກປະເທດລຸກຊຳບວກ, ສສ ຫວຽດນາມ, ໄທ ແລະ ຜູ້ມີປະສົບການຕົວຈິງໃນ ສປປ ລາວ ເຂົ້າຮ່ວມ, ທັງໃນຮູບແບບເຊິ່ງໜ້າ ແລະ ລະບົບອອນລາຍ.

ໂອກາດນີ້, ທ່ານ ສຸພັກ ຖິ່ນໄຊພອນ, ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ກ່າວວ່າ: ຜ່ານການດໍາເນີນງານໃນໄລຍະ 12 ປີ (2010-2022) ຕະຫຼາດທຶນລາວ ໄດ້ມີການພັດທະນາໃນຫຼາຍດ້ານເປັນຕົ້ນແມ່ນການເພີ່ມຂຶ້ນຂອງຈຳນວນບໍລິສັດຈົດທະບຽນຈາກ 2 ບໍລິສັດ ເປັນ 11 ບໍລິສັດ ຊຶ່ງມີມູນຄ່າລະດົມທຶນທັງໝົດຈໍານວນ 6.818 ຕື້ກີບ ແລະ ມີມູນຄ່າຕະຫຼາດທັງໝົດ 10.869 ຕື້ກີບ; ດ້ານຈໍານວນບັນຊີຫຼັກຊັບ ໄດ້ເພີ່ມຂຶ້ນຈາກ 4.122 ບັນຊີ ມາເປັນ 17.046 ບັນຊີ. ສ່ວນປະລິມານການຊື້-ຂາຍຮຸ້ນແມ່ນ 1.867 ຕື້ກີບ ໃນປະລິມານ 357 ລ້ານຮຸ້ນ(ຕົວເລກວັນທີ 07/10/2022).

ທ່ານອະທິບາຍຕື່ມວ່າ: ນອກນັ້ນ, ຕລຊລ ຍັງມີຜະລິດຕະພັນໃໝ່ໆອອກມາຄື: ລະບົບການຊື້-ຂາຍກັບທີ່ (Home Trading System), ລະບົບຊື້-ຂາຍຮຸ້ນສຳລັບບໍລິສັດຫຼັກຊັບ ທີ່ສາມາດເຊື່ອມຕໍ່ໄດ້ກັບຫຼາຍທະນາຄານຕົວແທນ ເພື່ອການຫັກບັນຊີ (Multiple Bank-Linked) ແລະ ຍັງໄດ້ຄົ້ນຄວ້າການພັດທະນາລະບົບຊື້-ຂາຍຮຸ້ນເທິງມືຖື (Mobile Trading System).
ສໍາລັບວິໃສທັດຂອງຕະຫຼາດຫຼັກຊັບລາວ ໄດ້ກຳນົດແຜນພັດທະນາ ດັ່ງນີ້:

1). ພັດທະນາກົນໄກໃຫ້ທັນສະໄໝ, ຜະລິດຕະພັນຫຼັກຊັບໃຫ້ມີຄວາມຫຼາກຫລາຍ ເພື່ອການສົ່ງເສີມການລະດົມທຶນໄລຍະຍາວ ແລະ ການລົງທຶນໃນອະນາຄົດ; 2). ເພີ່ມທະວີສາງຄວາມເຂັ້ມແຂງໃຫ້ແກ່ບໍລິສັດຈົດທະບຽນໃຫ້ມີຄຸນະພາບ ດ້ວຍການສ້າງເງື່ອນໄຂໃຫ້ ແລະພັດທະນາບໍລິສັດຈົດທະບຽນສາງເອກະສານລາຍງານການເງິນໃຫ້ສອດຄ່ອງກັບມາດຕະຖານສາກົນດ້ານການລາຍງານ ການເງິນສາກົນ (IFRS); 3). ພັດທະນາຕະຫຼາດພັນທະບັດ ແລະ ບຸກຄະລາກອນ ເພື່ອການສົ່ງເສີມການລະດົມທຶນໄລຍະຍາວ ແລະ ການລົງທຶນ ເພື່ອອະນາຄົດ ແລະ 4). ສະໜອງກົນໄກ, ສິ່ງອໍານວຍຄວາມສະດວກຮອບດ້ານ ພ້ອມທັງ ຂໍ້ມູນຂ່າວສານທີ່ຢຸຕິທໍາ, ຖືກຕ້ອງ, ໂປງໃສ ແລະ ຄົບຖ້ວນ ເພື່ອເອື້ອອຳນວຍຄວາມສະດວກ ແລະ ເປີດໂອກາດໃຫ້ທຸກພາກສ່ວນໃນຕະຫຼາດທຶນໄດ້ຮັບຜົນປະໂຫຍດຢ່າງຍຸຕິທໍາ.
(ຂໍ້ມູນຈາກ: ຕລຊລ)