ໜ້າຫ່ວງ! ທົ່ວເມືອງປາກລາຍ ມີນັກຮຽນປະລະການຮຽນແຕ່ລະຊັ້ນຮຽນ 1.039 ຄົນ ສົກຮຽນ 2022-23

151

ຕົວເລກປະລະການຮຽນຂອງນັກຮຽນທົ່ວເມືອງປາກລາກ ສົກຮຽນ 2022-2023 ມີທັງໝົດ 1 ພັນກວ່າຄົນ, ເຈົ້າເມືອງ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ລົງລະດົມນັກຮຽນທີ່ປະລະການຮຽນມາຮຽນ ເພື່ອເຮັດໃຫ້ການປະລະການຮຽນຂອງນັກຮຽນແຕ່ລະຊັ້ນຮຽນໃຫ້ນັບມື້ນັບຫຼຸດລົງ.

ວັນທີ 19 ຕຸລາ 2022 ທີ່ຫໍປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງປາກລາຍ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄວົ້າປຶກສາຫາລືການລົງລະດົມນັກຮຽນປະລະການຮຽນໃນສົກຮຽນ 2022-2023 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ຍຸຕິທໍາ ແລະ ຕຸລາການຂັ້ນເມືອງ ເຂົ້າຮ່ວມມີຄະນະປະຈໍາພັກເມືຶອງກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ ພ້ອມດວ້ຍພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງເຂົາຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ່ 834/ຈມປລ ລົງວັນທີ 18 ຕຸລາ2022 ວ່າດວ້ຍການແຕ່ງຕັ້ງຄະນະຮັບຜິດຊອບ ລົງລະດົມນັກຮຽນທີ່ປະລະການຮຽນຢູ່ພາຍໃນເມືອງສົກປີ 2022-2023, ຜ່ານບົດລາຍງານກ່ຽວກັບສະພາບນັກຮຽນປະລະໃນສົກປີ 2022-2023 ແລະ ຜ່ານແຜນດໍາເນີນງານການລະດົມນັກຮຽນທີ່ປະລະການຮຽນໃນໂຮງຮຽນເປົ້າໝາຍຂອງຄະນະຮັບຜິດຊອບໃນແຕ່ລະເຂດ ທົ່ວເມືອງປາກລາຍ ມີໂຮງຮຽນປະຖົມສຶກສາ ຈໍານວນ 68 ແຫ່ງ, ມັດທະຍົມສຶກສາຕອນຕົ້ນ 9 ແຫ່ງ ແລະ ມັດທະຍົມສຶກສົມບູນ 9 ແຫ່ງ ໃນສົກຮຽນ 2022-2023 ມີນັກຮຽນປະລະການຮຽນທັງໝົດ 1.039 ຄົນ ,ຍິງ 487 ຄົນ. ໃນນີ້, ຂັ້ນ ປ.5 ບໍ່ຕໍ່ ມ.1 ມີ 132 ຄົນ, ມ.1 ບໍ່ຕໍ່ ມ.2 ມີ 131 ຄົນ, ມ.2 ບໍ່ຕໍ່ ມ.3 ມີ 127 ຄົນ, ມ.3 ບໍ່ຕໍ່ ມ.4 ມີ 131 ຄົນ, ມ.4 ບໍ່ຕໍ່ ມ.5 ມີ 288ຄົນ ,ມ.5 ບໍ່ຕໍ່ ມ.6 ມີ 76 ຄົນ ແລະ ຂັ້ນ ມ.6 ບໍ່ຕໍ່ ມ.7 ມີ 80 ຄົນ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ແລະ ຄະນະຮັບຜິດຊອບ ແມ່ນໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ເພື່ອຫາວິທີການແກ້ໄຂໃນການປະລະຂອງນັກຮຽນແຕ່ລະຊັ້ນຮຽນ ໂດຍໄດ້ສ້າງແຜນດໍາເນີນງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ ເພື່ອລົງປຸກລະດົມແນວຄິດ ນັກຮຽນ, ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ອົງການປົກຄອງບ້ານ ໃຫ້ເຂົ້າໃຈເຖິງຍຸດທະສາດຂອງການສຶກສາໃນໄລຍະໃໝ່, ປະຕິບັດການສຶກສາພາກບັງຄັບ ເພື່ອປຸກລະດົມນັກຮຽນໃຫ້ໄດ້ເຂົ້າຮຽນຈົບຊັ້ນມັດທະຍົມສຶກສາສາຍສາມັນໃຫ້ຄົບຕາມຫຼັກສູດ ເຮັດໃຫ້ການປະລະການຮຽນຂອງນັກຮຽນແຕ່ລະຊັ້ນຮຽນໃນທົ່ວເມືອງໃຫ້ນັບມື້ນັບຫຼຸດລົງ.

ຂ່າວ: ກ່າ ຄຸດທະວົງສັກ