ອິນເດຍ ສັ່ງຢຸດຜະລິດຢາແກ້ໄອ

116

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ຕຸລາ 2022 ວ່າ: ລັດຖະບານອິນເດຍ ໄດ້ສັ່ງໃຫ້ໂຮງງານ Maiden Pharmaceuticals ເຊິ່ງເປັນບໍລິສັດຢາຂອງອິນເດຍຢຸດການຜະລິດຢາແກ້ໄອ ທີ່ອົງການອະນາໄມໂລກ ຄາດວ່າອາດມີສ່ວນພົວພັນຕໍ່ການເສຍຊີວິດຂອງເດັກນ້ອຍ 69 ຄົນ ໃນ Gambia ໃນພາກພື້ນອາຟຣິກກາຕາເວັນຕົກ. ຫຼັງຈາກກວດພົບໂຮງງານດັ່ງກ່າວ ໄດ້ລະເມີດຂໍ້ແນະນຳ 12 ຂໍ້, ດັ່ງນັ້ນ ຈຶ່ງໄດ້ສັ່ງໃຫ້ໂຮງງານຢຸດຜະລິດຢາແກ້ໄອໃນທັນທີ.

No photo description available.

ກ່ອນໜ້ານີ້ ອົງການອະນາໄມໂລກ ເປີດເຜີຍວ່າ: ຜົນການວິເຄາະໃນຫ້ອງທົດລອງ ພົບວ່າ ຢາ 4 ຊະນິດ ທີ່ຜະລິດໂດຍໂຮງງານ Maiden Pharmaceuticals ໄດ້ແກ່ ຢາແກ້ແພ້ ( Promethazine Oral Solution ), ຢາແກ້ໄອ ຊະນິດນ້ຳ 2 ຊະນິດ ( Kofexmalin Baby Cough Syrup, Makoff Baby Cough Syrup ) ແລະ ຢາດີໄຂ້ຊະນິດນ້ຳ ( Magrip N Cold Syrup ) ມີສ່ວນປະສົມຂອງສານ diethylene glycol ແລະ ethylene glycol ໃນປະລິມານສູງເກີນຂະໜາດ ໂດຍສານເຫຼົ່ານີ້ແມ່ນເປັນພິດ ແລະ ສາມາດເຮັດໃຫ້ເກີດອາການຜິດປົກກະຕິຂອງໝາກໄຂ່ຫຼັງກະທັນຫັນ ແລະ ເປັນອັນຕະລາຍເຖິງຊີວິດ.

No photo description available.