ການເດີນທາງ ທາງອາກາດໃນອາຊີ – ປາຊີຟິກ ຟື້ນຕົວໄວກວ່າທີ່ຄາດ

28

ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ ( IATA ) ເປີດເຜີຍເມື່ອວັນທີ 11 ຕຸລາ 2022 ວ່າ ການສັນຈອນຂອງສາຍການບິນລະຫວ່າງປະເທດໃນພາກພື້ນອາຊີ – ປາຊີຟິກ ມີທ່າອ່ຽງຟື້ນຕົວສູງເຖິງ 73% ເມື່ອທຽບກັບປີ 2019 ເນື່ອງຈາກຫຼາຍປະເທດໄດ້ຜ່ອນຄາຍມາດຕະການຄວບຄຸມໂຄວິດ – 19 ເຊິ່ງເພີ່ມຂຶ້ນ 53% ຈາກເດືອນສິງຫາຜ່ານມາ.

May be an image of 11 people and indoor

ທ່ານ ຟີລິບ ໂກ ຮອງປະທານ IATA ປະຈຳພາກພື້ນອາຊີ – ປາຊີຟິກ ກ່າວວ່າ: ຫຼັງຈາກທີ່ຫຼາຍປະເທດໃນອາຊີ – ປາຊີຟິກ ໄດ້ຍົກເລີກມາດຕະການຄວບຄຸມໂຄວິດ – 19 ໂດຍເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ໄດ້ເຮັດໃຫ້ບັນຍາກາດການເດີນທາງລະຫວ່າງປະເທດທາງອາກາດ ກັບມາຄຶກຄັກອີກຄັ້ງ ຍົກເວັ້ນ ສປ ຈີນ ທີ່ຍັງບໍ່ເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຢ່າງເຕັມຮູບແບບ ເຮັດໃຫ້ຕົວເລກການເດີນທາງລະຫວ່າງປະເທດຂອງຈີນ ຢູ່ທີ່ລະດັບ 2 – 3% ເທົ່ານັ້ນ ເມື່ອທຽບກັບກ່ອນເກີດການລະບາດຂອງພະຍາດໂຄວິດ.

May be an image of airplane and outdoors

ທັງນີ້ IATA ຄາດການວ່າ: ການສັນຈອນຂອງສາຍການບິນໂດຍສານລະຫວ່າງປະເທດໃນພາກພື້ນອາຊີ – ປາຊີຟິກຈະຢູ່ລະດັບ 35% ຂອງກ່ອນເກີດການລະບາດໃຫຍ່ໃນປີ 2019, ຂະນະທີ່ການຟື້ນຕົວກັບຄືນສູ່ລະດັບກ່ອນເກີດການລະບາດຕ້ອງໃຊ້ເວລາເຖິງປີ 2025.