ເປີດເພີ່ມ 2 ກິດຈະກຳ ເເຫຼ່ງທ່ອງທ່ຽວແດນພູສູງ ເມືອງສົບເບົາ ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຊົມຫຼາຍຂຶ້ນ

94

ພິທີເປີດແຫຼ່ງທ່ອງທ່ຽວຮູບປັ້ນໄດໂນເສົາ 6 ສາຍພັນ ແລະ ສວນຮູບປັ້ນດອກໄມ້ຫອມຫວນ ຂອງບໍລິສັດ ຮ້າເລລໍ່ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2022 ຢູ່ທີ່ສວນຮູບປັ້ນດອກໄມ້ຫອມຫວນ ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ເປັນກຽດເຂົ້າຮ່ວມເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ໂດຍ ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ໄຊຍະແສງ ຊົງຢົງຢາ ເຈົ້າເມືອງໆສົບເບົາ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຫ້ອງການກ່ຽວຂ້ອງເມືອງສົບເບົາ, ອຳນວຍການບໍລິສັດພັດທະນາແຫຼ່ງທ່ອງທ່ຽວແດນພູສູງ, ອຳນາດການປົກຄອງ, ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງເຂົ້າຮ່ວມ.

ຮູບປັ້ນໄດໂນເສົາ 6 ສາຍພັນ ແລະ ຮູບປັ້ນສວນດອກໄມ້ຫອມຫວນ ແມ່ນກິດຈະກໍາທີ 3 ແລະ ທີ 4 ຂອງເເຫຼ່ງທ່ອງທ່ຽວ ແດນພູສູງ ໂດຍແມ່ນການລົງທຶນຂອງບໍລິສັດຮ້າເລລໍ່ ພາຍໃຕ້ການເປັນປະທານຂອງ ທ່ານ ເຍຍ ລີມົວ ນັກທຸລະກິດເຜົ່າມົ້ງ ບ້ານນໍ້າເຕີບ ເປັນເຈົ້າຂອງ, ຊຶ່ງທັງ 2 ກິດຈະກໍາ ແມ່ນຕັ້ງຢູ່ບ້ານລ້ອງຕອງ ແລະ ບ້ານນໍ້າເຕີບ ຫ່າງຈາກເທດສະບານເມືອງສົບເບົາ 28 km ແລະ ໄລຍະທາງຈາກທາງປູຢາງ ບ້ານປ່າຮ່າງ ເຂົ້າຫາແຫ່ຼງທ່ອງທ່ຽວ 7 km. ໂຄງການກໍ່ສ້າງຮູບປັ້ນໄດໂນເສົາ 6 ສາຍພັນ ເລີ່ມລົງມືກໍ່ສ້າງວັນທີ 10 ເມສາ 2021 ຮອດຕົ້ນເດືອນພະຈິກ 2021

ກໍ່ໄດ້ກໍ່ສ້າງສຳເລັດ 100% ໃນມູນຄ່າການກໍ່ສ້າງ 850 ລ້ານກີບ ມີເນື້ອທີ່ສໍາປະທານ 2 ເຮັກຕ້າ. ສ່ວນໂຄງການກໍ່ສ້າງຮູບປັ້ນສວນດອກໄມ້ຫອມຫວນ ປະກອບມີດອກໄມ້ ແລະ ແມງໄມ້ 6 ຊະນິດ ຕັ້ງຢູ່ບ້ານ້ໍາເຕີບເລີ່ມລົງມືກໍ່ສ້າງໃນຕົ້ນເດືອນມີນາ 2022 ແລະ ໄດ້ກໍ່ສ້າງສໍາເລັດທ້າຍເດືອນສິງຫາ 2022 ມີເນື້ອທີ່ 1,5 ເຮັກຕ້າ, ມູນຄ່າການກໍ່ສ້າງ 1 ຕື້ກີບ. ທັງສອງໂຄງການມີໄລຍະສໍາປະທານ 30 ປີ, ທັງສອງກິດຈະກຳ ແມ່ນການລົງທຶນຂອງບໍລິສັດ 100%.

ຈຸດປະສົງໃນການສ້າງ 2 ກິດຈະກຳນີ້ ເພື່ອຂະຫຍາຍກິດຈະກໍາແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍແນໃສ່ດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມແຫຼ່ງທ່ອງທ່ຽວນ້ໍາຕົກຕາດແດນພູສູງນັບມື້ເພີ່ມຂື້ນ, ທັງເປັນການສ້າງລາຍຮັບໃຫ້ແກ່ຜູ້ປະກອບການ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ຢູ່ບ້ານໃກ້ຄຽງ ໃນການແກ້ໄຂຄວາມທຸກຍາກ ແລະ ເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ເມືອງ, ແຂວງ ແລະ ປະເທດຊາດນຳອີກ.

ທ່ານ ເຍຍລີມົວ ອຳນວຍການບໍລິສັດ ຮ້າເລລໍ່ ຜູ້ພັດທະນາແຫຼ່ງທ່ອງທ່ຽວແດນພູສູງ ໄດ້ໃຫ້ສຳພາດວ່າ: ເນື່ອງຈາກສະພາບດິນຟ້າອາກາດເຂດປ່າຮ່າງ ມີພູມອາກາດເຢັນສົດຊື່ນ-ປອດໂປ່ງ ທິວທັດທໍາມະຊາດ ຂຽວສົດງົດງາມ ເຫມາະສົມກັບການທ່ອງທ່ຽວ-ພັກຜ່ອນຢ່ອນອາລົມ ຕົນເອງຈິ່ງເກີດມີແນວຄວາມຄິດສ້າງແຫຼ່ງທ່ອງທ່ຽວແດນພູສູງນີ້ຂຶ້ນ ເພື່ອເປັນສະຖານທີ່ທ່ອງທ່ຽວ, ສ້າງອານຸສອນໄວ້ໃຫ້ລູກຫຼານ ໄດ້ສຶກສາຮຽນຮູ້ວິຖີຊີວິດຂອງຜົ່ງມົ້ງທີ່ຕິດພັນກັບທຳມະຊາດ.

ທ່ານ ໄຊຍະແສງ ຊົງຢົງຢ່າ ເຈົ້າເມືອງໆສົບເບົາ ໄດ້ໃຫ້ຮູ້ວ່າ: ເມືອງສົບເບົາໄດ້ຖືເອົາວຽກງານການທ່ອງທ່ຽວ, ການບໍລິການທາງຜ່ານ, ການຜະລິດກະສິກຳເປັນສິນຄ້າ, ເລັ່ງໃສ່ການປູກເຂົ້າໃຫ້ໄດ້ສອງລະດູ, ປູກຝັງລ້ຽງສັດ ແລະ ຜະລິດຕະພັນປຸງແຕ່ງ. ການເປີດກິດຈະກຳແຫຼ່ງທ່ອງທ່ຽວຄັ້ງນີ້, ເປັນຜົນງານອັນໃໝ່ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງເມືອງສົບເບົາຄົບຮອບ 25 ປີ (10 ຕຸລາ 1997-10 ຕຸລາ 2022). ສະນັ້ນ, ເພື່ອເຮັດໃຫ້ແຫຼ່ງທ່ອງທ່ຽວຮູບປັ້ນໄດໂນເສົາ ແລະ ຮູບປັ້ນສວນດອກໄມ້ຫອມຫວນໃຫ້ມີຄວາມຢືນຢົງ, ສາມາດດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼາຍຂື້ນນັ້ນ ທາງບໍລິສັດກໍຄືທຸກພາກສ່ວນຕ້ອງໄດ້ຊຸກຍູ້, ສົ່ງເສີມ ແລະ ມີສ່ວນຮ່ວມໃນການພັດທະນາແຫຼ່ງທ່ອງທ່ຽວໃຫ້ຫຼາກຫຼາຍສີສັນ.

ໂອກາດນີ້, ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳ, ການຈັດຕັ້ງທຸກຂັ້ນຂອງເມືອງສົບເບົາ ແລະ ບໍລິສັດໄດ້ມີຄວາມຕັດສິນໃຈສູງໃນການຮ່ວມມື ແລະ ລົງທຶນກໍ່ສ້າງ, ຂະຫຍາຍກິດຈະກຳແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ການຈັດຕັ້ງທຸກຂັ້ນພ້ອມດ້ວຍບໍລິສັດພ້ອມກັນມີສ່ວນຮ່ວມໃນການພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ ເພື່ອສ້າງເປັນເຂດຈຸດສຸມປາຍທາງຂອງນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດໃນອະນາຄົດ.

ປັດຈຸບັນ ແຫຼ່ງທ່ອງທ່ຽວແດນພູສູງ ມີ 4 ກິດຈະກຳຫຼັກຄື: ກິດຈະກຳທ່ຽວຊົມນໍ້າຕົກຕາດແດນພູສູງ ຕັ້ງຢູ່ບ້ານນໍ້າເຕີບ, ເຄື່ອງປັ້ນບູຮານຊົນເຜົ່າມົ້ງ, ຮູບປັ້ນໄດໂນເສົາ 6 ສາຍພັນ ຕັ້ງຢູ່ບ້ານລ້ອງຕອງ ແລະ ຮູບປັ້ນສວນດອກຫອມຫວນ, ເຜີ້ງ, ໝີ້ມ, ຕໍ່, ແມງກະເບື້ອບິນຕອມຕັ້ງຢູ່ບ້ານນໍ້າເຕີບ. ສ່ວນຄ່າເຂົ້າທ່ຽວຊົມແມ່ນເລີ່ມແຕ່ 10.000ກີບ ຫາ 30.000 ກີບ ຂຶ້ນຢູ່ກັບແຕ່ລະກິດຈະກຳ.
ຂ່າວ-ພາບ: ໄອແກ້ວ