ມີລຸ້ນໄປຕໍ່! ຢູ 17 ລາວ ຖະຫຼົ່ມ ຮົງກົງ 5-0 ເກັບ 3 ຄະແນນ, ໄປລຸ້ນນັດສຸດທ້າຍກັບເຈົ້າພາບ

78

ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີລົງແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ ໂດຍນັດທໍາອິດເກີດຂຶ້ນໃນຕອນແລງຂອງວັນທີ 5 ຕຸລາ 2022 ພົບກັບ ອີຣານ ປາກົດວ່າ: ເຄິ່ງເວລາທໍາອິດ ຢູ 17 ລາວ ຕ້ານໄດ້ດີ ແລະ ມີໂອກາດລຸ້ນປະຕູ ໂດຍສເພາະຈັງຫວະ ປີເຕີ້ ພັນທະວົງ ປັ່ນບານຕໍາເສົາອອກໄປຢ່າງໜ້າເສຍດາຍ, ສ່ວນເຄິ່ງເວລາທີ 2 ອີຣານ ຄອງເກມໄດ້ໝົດ ກ່ອນໄດ້ 3 ປະຕູລວດ ເອົາຊະນະ ຢູ 17 ລາວ 3-0.

ຫຼ້າສຸດວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ( ກົງກັບເວລາ 16:00 ໂມງໃນປະເທດລາວ ) ຢູ 17 ລາວ ລົງສະໜາມພົບກັບ ຮົງກົງ ປາກົດວ່າ: ທີມຊາດລາວ ເອົາຊະນະໄປຂາດລອຍ 5-0 ໂດຍໃນເຄິ່ງເວລາທໍາອິດ ຈາກການຍິງຂອງ ສາຍຝັນ ແກ້ວຫານາມ ແລະ ຄໍາໝັ້ນ, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ຍັງບຸກຕໍ່ເນື່ອງໄດ້ອີກ 3 ປະຕູຈາກການຍິງຂອງ ສາຍຝົນ 1 ປະຕູ ແລະ ປີເຕີ ພັນທະວົງ 2 ປະຕູ ເອົາຊະນະ ຮົງກົງ 5-0 ເກັບ 3 ຄະແນນ ແລະ ມີລຸ້ນເຂົ້າຮອບຕໍ່ໄປຖ້າຫາກນັດສຸດທ້າຍຊະນະ ເຈົ້າພາບ ກຽກກິດສະຖານ.

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ນັດຕໍ່ໄປ ມີດັ່ງນີ້:
ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ

ຂ່າວ: Larh Creators ; ຮູບຈາກ: ສຕລ