ມົງຈັກກະວານຈະຫຼົງຫຼືບໍ? ສາວໝາຍເລກ MUL07 ປ່າເຢັ້ງຊາ ລໍ່

1333

ມື້ນີ້ແອັດຢາກເອົາສາວລາວເຜົ່າມົ້ງຜູ້ທີ່ກຳລັງມາແຮງໃນເວທີການປະກວດນາງງາມຈັກກະວານ ຫຼື ມິສຢູນີເວີດລາວ 2022 ນ້ອງປ່າເຢັ້ງຊາ ລໍ່ ໝາຍເລກ MUL07 ບອກໄດ້ເລີຍຄົນນີ້ກຳລັງໃຈມາເຕັມ ກອງເຊຍຫຼາຍຍ້ອນນ້ອງມີຫຼາກຫຼາຍຄວາມສາມາດ ແລະມື້ນີ້ເຮົາມາທຳຄວາມຮູ້ຈັກວ່ານ້ອງມາຈາກໄສ ກຳລັງເຮັດຫຍັງຢູ່.

ສຳລັບນ້ອງປ່າເຢັ້ງຊາ ລໍ່ MUL07 ບອກໄດ້ເລີຍວ່າບໍ່ທຳມະດາແນ່ນອນນ້ອງມີຊື່ຫຼິ້ນວ່າ ນ້ອງປ່າ, ອາຍຸ 21 ປີ ສ່ວນສູງ 164 cm, ນ້ຳໜັກ 54 KG.


ປັດຈຸບັນເປັນອາຈານສອນພາສາອັງກິດ ນ້ອງເປັນຄົນທີ່ມັກຮຽນ ແລະຫຼົງໄຫຼໃນສຳນຽງພາສາອັງກິດແບບສຳນຽງແບບອາເມຣິກັນເປັນຄົນມີທັດສະນະຄະຕິດີ ຄິດບວກ ແລະມີນ້ຳໃຈ ຊ່ວຍເຫຼືອຜູ້ອື່ນຢູ່ສະເໝີ.


ນ້ອງອາຍຸພຽງ 21 ປີແຕ່ເປັນຄົນມີຄວາມສາມາດ ແລະມີເປົ້າໝາຍໃນຊີວິດທີ່ຊັດເຈນ ປະຈຸບັນເປັນເຈົ້າຂອງເພຈສອນພາສາອັງກິດສຳນຽງອາເມຣິກັນ Page: Learn English with Payengxa ໃນນັ້ນນ້ອງຈະສອນການອອກສຽງ, ຄວາມໝາຍຂອງຄຳສັບ ແລະອື່ນໆທີ່ຈະຊ່ວຍໃຫ້ຜູ້ທີ່ຢາກຮຽນຮູ້ພາສາອັງກິໄດ້ເຂົ້າໃຈຫຼາຍທີ່ສຸດ.


ພ້ອມດຽວກັນນີ້ນ້ອງຍັງເປັນ Co-Founder ຂອງກຸ່ມ Homg Woman Network. ສ້າງຂຶ້ນມາເພື່ອສົ່ງເສີມແມ່ຍິງມົ້ງໃຫ້ເຂົາເຈົ້າຮູ້ຈັກເປົ້າໝາຍໃນຊີວິດ ຮັກຕົວເອງ ແລະເພິ່ງພາຕົວເອງໃຫ້ໄດ້ຫຼາຍຂຶ້ນ ບໍ່ພຽງເທົ່ານັ້ນນ້ອງປາຍັງເປັນອາສາສະໝັກຊ່ວຍເຫຼືອສັງຄົມມາຕະຫຼອດໂດຍສະເພາະເດັກນ້ອຍນັກຮຽນຫ່າງໄກສອກຫຼີກ ເດັກກຳພ້າ ຜູ້ເຖົ້າຜູ້ແກ່ ແລະ ຜູ້ທີ່ບໍ່ມີທີ່ພັກອາໄສ ຂອງກຸ່ມຜູ້ມີຄວາມຫວັງແບ່ງປັນນ້ຳໃຈນຳ.

ເປັນ CEO page you can do it ເຊິ່ງເພຈນີ້ແມ່ນສ້າງມາເພື່ອເປັນແຮງບັນດານໃຈການໃຊ້ຊີວິດໃຫ້ແກ່ໄວໝຸ່ມລາວທຸກຄົນ ເພື່ອເດີນຕາມຄວາມຝັນ ແລະເຊື່ອວ່າຖ້າເຮົາຕ້ອງການທຸກຢ່າງໃນໂລກນີ້ເປັນໄປໄດ້ “ DON’T WAIT FOR OPPORTUNITY, CREATE IT. “


ທີ່ຜ່ານມານ້ອງເຄີຍເຂົ້າປະກວດ Miss Hmong Vientiane ແລະສາມາດຄວ້າຕຳແໜ່ງອັນດັບທີ I ມາໄດ້ ນອກຈາກເວດວົງນາງງາມນ້ອງກໍເປັນຜູ້ມັກໃນສາຍກິລາ ເປັນນັກກິລາເທຄວັນໂດ ແລະເຄີຍໄດ້ຮັບຫຼຽນເງິນໃນການແຂ່ງຂັນກິລານັກຮຽນອີກດ້ວຍ♥️????