ສະພາການຄ້າ ແລະ ອຸດສາຫະກຳລາວ-ສະຫະພັນທຸລະກິດ ສິງກະໂປ ຈັດກອງປະຊຸມໂຕະມົນພາກທຸລະກິດຮ່ວມກັນ

214

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ພ້ອມດ້ວຍນັກທຸລະກິດ ຈຳນວນ 23 ທ່ານ ເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ ທີ່ ປະເທດ ສິງກະໂປ ໃນລະຫວ່າງວັນທີ 27-28 ກັນຍາ 2022.

ໃນໂອກາດດັ່ງກ່າວນີ້ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະຫະພັນທຸລະກິດ ສິງກະໂປ ຈັດກອງປະຊຸມໂຕະມົນພາກທຸລະກິດ ສິງກະໂປ-ລາວ (Singapore- Laos Business Roundtable) ຂຶ້ນໃນວັນທີ 28 ກັນຍາ 2022 ເວລາ 14:15 ໂມງ, ທີ່ ຫ້ອງການສະຫະພັນທຸລະກິດ ສິງກະໂປ ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວໂດຍ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ.

ຝ່າຍສິງກະໂປນຳໂດຍ ພະນະທ່ານ ດຣ ໂມຮາມັດ ມາລີກີ ບິນ ໂອສມານ (Dr Mohamad Maliki Bin Osman) ລັດຖະມົນຕີ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງສຶກສາ ແລະ ການຕ່າງປະເທດ ແລະ ທ່ານ Lim Ming Yan, ປະທານສະຫະພັນທຸລະກິດສິງກະໂປ. ກອງປະຊຸມໃນຄັ້ງນີ້ຖືເປັນບາດກ້າວທຳອິດຂອງການຮ່ວມມືເຈລະຈາຂອງພາກທຸລະກິດ ຂອງ ສປປ ລາວ ແລະ ສິງກະໂປຢ່າງເປັນທາງການພາຍຫລັງການເປີດປະເທດ ຂອງ ທັງສອງຝ່າຍ ຄຽງຄູ່ກັບການເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢ່າງເປັນທາງການ ທີ່ ປະເທດສິງກະໂປ.


ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອແລກປ່ຽນ ແລະ ສຶກສາໂອກາດຄວາມເປັນໄປໄດ້ໃນການຮ່ວມກັນລົງທຶນພັດທະນາໃນຂົງເຂດເສດຖະກິດຂອງ ສປປ ລາວ ເພື່ອຂະຫຍາຍໃຫ້ພື້ນທີ່ເສດຖະກິດ ມີການຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນເພື່ອເພີ່ມມູນຄ່າການຄ້າ, ການລົງທຶນ ແລະການຮ່ວມກັນ ໂດຍສະເພາະໃນຂົງເຂດການຮ່ວມມືດ້ານການເຊື່ອມຈອດຂົນສົ່ງ ລາວ-ສິງກະໂປ ໂດຍຜ່ານ ສສ. ຫວຽດນາ, ລາວ ໄປ ສິງກະໂປ (Logistics Link) ທີ່ ບໍລິສັດ ວຽງຈັນໂລຈິສຕິກ ຈະໄດ້ຮ່ວມກັບ ບໍລິສັດ YCH Group ຂອງ ທ່ານ Dr. Robert Yab ເຊິ່ງເປັນບໍລິສັດແນວໜ້າດ້ານ Logistics Hub ຂອງ ສິງກະໂປ (ລາຍລະອຽດທັງຝ່າຍຈະໄດ້ໂອ້ລົມ ແລະ ລົງເລິກລາຍລະອຽດຕ່າງໆຮ່ວມກັນ) ພ້ອມດຽວກັນນີ້ຍັງໄດ້ເນັ້ນການຮ່ວມມືການນຳເຂົ້າແຜ່ນແຜຈາກລາວ, ກະສິກຳ, ແຮງງານ ໂດຍສະເພາະການພັດທະນາສືມືແຮງງານ, ກໍ່ສ້າງ, ການສຶກສາ.

ນອກນີ້ ພະນະທ່ານນາຍົກຍັງໄດ້ສະເໜີໃນທີ່ປະຊຸມໃນການເຊີນຊວນນັກທຸລະກິດ ສິງກະໂປ ໃນດ້ານການມາລົງທຶນ ຫລື ຮ່ວມມືກັບທຸລະກິດລາວໃນຂົງເຂດ ກະສິກຳສະອາດ, ອຸດສາຫະກຳ, ພະລັງງານສະອາດ, ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນຂະແໜງການ ໂທລະມະນາຄົມທີ່ທັນສະໄຫມ. ເຊິ່ງກອງປະຊຸມໂຕະມົນພາກທຸລະກິດ ສິງກະໂປ-ລາວ (Singapore-Laos Business Roundtable) ໃນປິດລົງໃນຕອນບ່າຍຂອງວັນວັນດຽວກັນ.