ມັນແນ່ນອນ ບານເຕະນັກຮຽນ COPA COCA COLA LAO ຄັດເອົາທົ່ວປະເທດມາຊີງແຊັມ

173

ບໍລິສັດ ລາວໂຄຄາ-ໂຄລາ ບ໋ອດຕລີ້ງ ຈຳກັດ ຮ່ວມກັບ ກົມກີລາມວນຊົນພະລະ ແລະ ສິລະປະ ສຶກສາ ໂດຍມີ ບໍລິສັດ ລ້ານຊ້າງມີເດຍມາເກັດຕີ້ງແອນອໍກະໄນເຊີ ເປັນຜູ້ຮ່ວມຈັດງານ ກຽມຈັດການແຂ່ງຂັນກີລາບານເຕະ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຍິງ-ຊາຍ COPA COCA COLA LAOS ຄັ້ງທີ V ຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະຈຳປີ 2022.

ເມື່ອວັນທີ 27 ກັນຍາ 2022 ທີ່ສູນການຄ້າ ວຽກຈັນ ເຊັນເຕີ ໄດ້ມີພິທີຖະແຫຼງຂ່າວຈັດການແຂ່ງຂັນລາຍການດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ Mr. Leandro Chazarreta, General Manager of Lao Coca-Cola Bottling Co.,Ltd, ພ້ອມດ້ວຍຕາງໜ້າ ແລະ ນັກກີລາ ຈາກໂຮງຮຽນຕ່າງໆ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສີລະປະສຶກສາ ລາຍງານວ່າ: ການແຂ່ງຂັນຮອບຄັດເລືອກຄັ້ງນີ້ຈະໄດ້ແບ່ງອອກເປັນ 3 ເຂດດັ່ງລະອຽດລຸ່ມນີ້:
I. ຮອບຄັດເລືອກເຂດນະຄອນຫຼວງວຽງຈັນ
ການແຂ່ງຂັນຮອບຄັດເລືອກພາຍໃນນະຄອນຫຼວງວຽງຈັນແມ່ນການແຂ່ງຂັນພາຍໃນ 9 ຕົວເມືອງ ໂດຍນຳເອົາທີມບານເຕະຂອງໂຮງຮຽນພາຍໃນເມືອງແຂ່ງຂັນກັນແລ້ວເອົາທີມຊະນະເລີດອັນດັບທີ 1 ຂອງເມືອງທັງ ໝົດ 9 ຕົວເມືອງມາແຂ່ງຂັນໃນຮອບທົ່ວນະຄອນຫຼວງເພື່ອຄັດເລືອກເອົາທີມຊາຍຈຳນວນ 2 ທີມ ແລະ ທີມຍິງຈຳນວນ 2 ທີມເປັນຕົວແທນໃຫ້ນະຄອນຫຼວງວຽງຈັນເຂົ້າຮ່ວມແຂ່ງຂັນໃນຮອບຮອງຊະນະເລີດ ທົ່ວປະເທດ ໂດຍກຳນົດສະຖານທີ່ແຂ່ງຂັນດັ່ງນີ້:

1. ເມືອງ ຈັນທະບູລີ ( ສະໜາມລ້ານຊ້າງສະເຕດ້ຽມ )
2. ເມືອງ ສີສັດຕະນາກ ( ສະໜາມລ້ານຊ້າງສະເຕດ້ຽມ )
3. ເມືອງໄຊເສດຖາ ( ສະໜາມລ້ານຊ້າງສະເຕດ້ຽມ )
4. ເມືອງໄຊທານີ ( ສະໜາມລ້ານຊ້າງສະເຕດ້ຽມ )

5. ເມືອງ ຫາດຊາຍຟອງ ( ສະໜາມລ້ານຊ້າງສະເຕດ້ຽມ )
6. ເມືອງ ສີໂຄດຕະບອງ ( ສະໜາມວິທະຍາໄລພະລະສຶກສາ )
7. ເມືອງ ນາຊາຍທອງ ( ສະໜາມສະຖາບັນກີລາກາຍຍະກໍາ, ສີເກີດ )
8. ເມືອງ ສັງທອງ ( ສະໜາມກີລາເມືອງ ສັງທອງ )
9. ເມືອງ ປາກງື່ມ ( ສະໜາມກີລາເມືອງ ປາກງື່ມ )

II. ການແຂ່ງຂັນຮອບຄັດເລືອກເຂດພາກເໜືອ
ການແຂ່ງຂັນຮອບຄັດເລືອກເຂດພາກເໜືອຕາມແຜນຄາດຄະເນແມ່ນໄລຍະກາງເດືອນຕຸລາ ຈະຈັດການແຂ່ງຂັນທີ່ສະໜາມກິລາແຂວງ ຫຼວງພະບາງ ໂດຍເຊີນເອົາບັນດາແຂວງພາກເໜືອທັງໝົດເພື່ອເຂົ້າຮ່ວມແຂ່ງຂັນ ແລະຄັດເລືອກເອົາທີມຊະນະເລີດອັນດັບທີ 1 ຂອງທີມຊາຍ 1 ທີມ ແລະ ທີມຊະນະເລີດຍິງ 1 ທີມເປັນຕົວແທນພາກເໜືອເພື່ອເຂົ້າຮ່ວມແຂ່ງຂັນໃນຮອບຮອງຊະນະເລີດທົ່ວປະເທດທີ່ນະຄອນຫຼວງວຽງຈັນ.

III. ຮອບຄັດເລືອກໂຊນພາກກາງ ແລະ ພາກໃຕ້
ການແຂ່ງຂັນຮອບຄັດເລືອກເຂດພາກກາງ ແລະ ພາກໃຕ້ຕາມແຜນແມ່ນໄລຍະກາງເດືອນ ຕຸລາຈະໄດ້ດຳເນີນການແຂ່ງຂັນທີ່ສະໜາມກິລາແຂວງ ຈຳປາສັກ ຫຼື ສະໜາມກິລາແຂວງ ເຊກອງ ໂດຍການເຊີນບັນດາແຂວງພາກກາງ ແລະ ພາກໃຕ້ທັງໝົດເຂົ້າຮ່ວມແຂ່ງຂັນ ແລະຄັດເລືອກເອົາທີມຊະນະເລີດອັນດັບທີ1 ຂອງທີມຊາຍ 1 ທີມ ແລະ ທີມຊະນະເລີດຍິງ 1 ທີມເປັນຕົວແທນເພື່ອເຂົ້າຮ່ວມແຂ່ງຂັນໃນຮອບຮອງຊະນະເລີດທົ່ວປະເທດທີ່ນະຄອນຫຼວງວຽງຈັນ.

IV. ການແຂ່ງຂັນຮອບສຸດທ້າຍ ( ຮອບທົ່ວປະເທດ )
ການແຂ່ງຂັນຮອບສຸດທ້າຍ ຫຼື ຮອບທົ່ວປະເທດແມ່ນຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽຈັນຕາມແຜນການ ຄາດຄະເນຂອງຄະນະຈັດການແຂ່ງຂັນແມ່ນໄລຍະເດືອນ ພະຈິກ 2022 ນີ້ ໂດຍນຳເອົາທີມທີ່ຜ່ານຮອບຄັດເລືອກທັງທີມຍິງ ແລະ ທີມຊາຍທີ່ເປັນຕົວແທນຂອງ ເຂດພາກເໜືອ, ເຂດນະຄອນຫຼວງວຽງຈັນ ແລະ ເຂດພາກໃຕ້ ເຂົ້າຮ່ວມການແຂ່ງຂັນ ແລະ ນຳໃຊ້ສະໜາມກີລາລ້ານຊ້າງສະເຕດ້ຽມ ເປັນສະຖານທີ່ຈັດການແຂ່ງຂັນ.