ປະຊາຊົນຊາວຫວຽດນາມ ກຽມຮັບມືພາຍຸໄຕ້ຝຸ່ນໂນຣຸ ຈະພັດເຂົ້າຕອນເຊົ້າ 28 ກັນຍານີ້ ແລະ ເຂົ້າມາ ສປປ ລາວ ໃນວັນດຽວກັນ

215

ປະຊາຊົນຊາວຫວຽດນາມ ເຂດພາກກາງກຽມຮັບມືພາຍຸໄຕ້ຝຸ່ນໂນຣຸ ທີ່ຄາດວ່າຈະພັດເຂົ້າໃນຕອນເຊົ້າວັນທີ 28 ກັນຍານີ້ ປະຊາຊົນບາງເຮືອນ​ໄດ້ມີການມັດລົດຈັກແຂນໄວ້ເພື່ອປ້ອງກັນນ້ຳຖ້ວມ,​ ມັດລົດໃຫຍ່ໄວ້ ປ້ອງກັນນ້ຳໄຫຼຊຸໄປ, ໃຊ້ເປົ໋າໃສ່ຊາຍ,​ ຖັງນໍ້າວາງຕາມຫຼັງຄາເຮືອນ ເພື່ອຕ້ານລົມ,​ ປ້ອງກັນຫລັງຄາບໍ່ໃຫ້ລົມພັດປິວ, ມີປະຊາຊົນຈຳນວນໜຶ່ງຊື້ເຄື່ອງຂອງຈຳເປັນໄວ້​ ທາງການໄດ້ມີການກຽມອົບພະຍົກປະຊາຊົນທີ່ຢູ່ໃຈກາງຂອງພາຍຸ.

ດ້ານກົມ​ອຸຕຸນິຍົມ​ ແລະ​ອຸທົກກະສາດ​ ຂອງ​ ສປປ​ ລາວ ລາຍງານວ່າ: ພາຍຸໄຕ້ຝຸ່ນໂນຣູ​ ຄາດຄະເນຈະເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດຫຽວດນາມ​ ໃນຕອນເຊົ້າຂອງວັນທີ 28 ກັນຍາ 2022​ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນຕອນບ່າຍວັນທີ 28 – 30 ກັນຍາ 2022, ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນເຂດພາກກາງ ແລະ ພາກໃຕ້​ ເຊັ່ນ: ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ປາກເຊ, ສາລະວັນ, ເຊກອງ ແລະ ອັດຕະປື.

ຊາວປະມົງຫວຽດນາມ ເອົາເຮືອຂຶ້ນຝັ່ງ

ແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ

ສີຂຽວ ແມ່ນເຂດທີ່ມີຝົນຕົກແຮງ ແລະ ຂຽວແກ່ແມ່ນຕົກໜັກ

ຮູບຈາກ: VN Express