ພາຍຸໃຕ້ຝຸ່ນ ນັນມາດອລ ພັດເຂົ້າເກາະຄິວຊູຂອງຍີ່ປຸ່ນ ຄາດອົບພະຍົບປະຊາຊົນ 4 ລ້ານຄົນ

31

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 19 ກັນຍາ 2022 ວ່າ ພາຍຸໃຕ້ຝຸ່ນ ນັນມາດອລ ( NANMADOL ) ເຊິ່ງເປັນພາຍຸຫົວທີ 14 ໃນປີນີ້ ແລະ ເປັນພາຍຸໃຕ້ຝຸ່ນທີ່ຮຸນແຮງທີ່ສຸດໃນຮອບ 70 ປີ ໄດ້ພັດເຂົ້າເກາະຄິວຊູຂອງຍີ່ປຸ່ນ, ທາງການອອກແຈ້ງເຕືອນໄພລະດັບ 5 ເຊິ່ງເປັນລະດັບສູງສຸດຂອງການເຕືອນໄພ, ຫຼ້າສຸດມີລາຍງານວ່າ ປະຊາຊົນຫຼາຍກວ່າ 340.000 ຄົວເຮືອນບໍ່ມີໄຟຟ້າໃຊ້.

May be an image of 2 people, motorcycle, scooter and outdoors

ສຳນັກງານອຸຕຸນິຍົມວິທະຍາ ( JMA ) ຂອງຍີ່ປຸ່ນ ອອກແຈ້ງເຕືອນໄພສູງສຸດລະດັບ 5 ໂດຍສະເພາະແຂວງມີຢາຊາກິ ແລະ ແຂວງຄາໂງຊິມະ ໃນເກາະຄິວຊູ ຈະເກີດມີຝົນຕົກໜັກ, ລົມພັດແຮງ, ເກີດມີນ້ຳຖ້ວມກະທັນຫັນ, ດິນເຊາະເຈື່ອນ, ຕົ້ນໄມ້ຫັກລົ້ມ ຂໍໃຫ້ປະຊາຊົນເຝົ້າລະວັງຢ່າງໃກ້ຊິດ, ໃນຂະນະທີ່ບັນດາແຂວງໃກ້ຄຽງໄດ້ເຕືອນໄພລະດັບ 4, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫຼາຍກວ່າ 4 ລ້ານຄົນໃຫ້ຄວາມຮ່ວມມື ອົບພະຍົບອອກຈາກພື້ນທີ່ ທີ່ມີ ຄວາມສ່ຽງສູງໄປຢູ່ບ່ອນປອດໄພ. ໃນຂະນະທີ່ລົດໄຟໃຕ້ດິນ ແລະ ຖ້ຽວບິນໃນເກາະຄິວຊູ ຢຸດຕິບໍລິການທັງໝົດ ເພື່ອຄວາມປອດໄພ.

May be an image of 1 person, bicycle, road and street