ຈີນສົ່ງດາວທຽມຈູ່ງຊີ່ງ 1E ຂຶ້ນສູ່ວົງໂຄຈອນ

28

ສຳນັກຂ່າວ CRI ລາຍງານວ່າ ຈີນ ໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 7A ສົ່ງດາວທຽມ “ ຈູ່ງຊີ່ງ 1E ” ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ.

May be an image of outdoors

ດາວທຽມດັ່ງກ່າວ ໄດ້ຂຶ້ນສູ່ວົງໂຄຈອນທີ່ກຳນົດໄວ້ ໂດຍດາວທຽມ “ ຈູ່ງຊີ່ງ 1E ” ຈະນຳໃຊ້ເຂົ້າໃນການສະໜອງການບໍລິການດ້ານໂທລະຄົມມະນາຄົມ, ຂໍ້ມູນ ຂ່າວສານ ແລະ ສັນຍານວິທະຍຸໂທລະພາບ ທີ່ມີຄຸນນະພາບສູງ ໃຫ້ແກ່ຜູ້ນຳໃຊ້.

May be an image of outdoors

ປະຕິບັດໜ້າທີ່ຍິງສົ່ງຄັ້ງນີ້ ແມ່ນຈະຫຼວດສົ່ງຍານລະບົບຊາງເຈິ່ງ ຂອງຈີນ ຂຶ້ນສູ່ອະວະກາດ ຄັ້ງທີ 437.