Moon Dubai ທຸ່ມ 5 ຕື້ໂດລາ ສ້າງຣີສອດສານຝັນໃຫ້ຄົນຢາກຂຶ້ນດວງຈັນ ໄປສຳຜັດ

63

ສຳນັກຂ່າວຕ່າງປະເທດລາຍງານວ່າ ໂຄງການກໍ່ສ້າງຣີສອດ ເປັນຮູບດວງຈັນ ມູນຄ່າ 5 ພັນລ້ານໂດລາ ເພື່ອສານຝັນໃຫ້ຜູ້ທີ່ຕ້ອງການໄປຢຽບດວງຈັນໄປສຳຜັດ ໂດຍໂຄງການດັ່ງກ່າວ ສ້າງຂຶ້ນເພື່ອໃຫ້ບັນດານັກເດີນທາງຜູ້ທີ່ຢາກຂຶ້ນໄປດວງຈັນ ແຕ່ບໍ່ມີງົບພຽງພໍທີ່ຈະຈ້າງຍານຂຶ້ນໄປຢຽບດວງຈັນ ເໝືອນກັບມະຫາເສດຖີລະດັບໂລກ ເຊັ່ນ: ເຈຟ ເບໂຊສ, ອີລອນ ມັສ ເປັນຕົ້ນ ທີ່ໄດ້ເດີນທາງຂຶ້ນໄປດວງຈັນຕາມຄວາມຝັນ ໂດຍພື້ນທີ່ຮອບໆຂອງພື້ນຜິວດວງຈັນຂອງຣີສອດແຫ່ງນີ້ ຖືກອອກແບບໃຫ້ມີ ຄວາມຮູ້ສຶກເໝືອນກັບໄດ້ຂຶ້ນໄປຢູ່ພື້ນຜິວດວງຈັນແທ້ໆ.

May be an image of outdoors and text that says 'Marca Stud'

ໂຄງການດັ່ງກ່າວຈະມີຄວາມສູງເຖິງ 735 ຟຸດ ຫຼື ປະມານ 224 ແມັດ ຄາດວ່າຈະໃຫ້ສຳເລັດພາຍໃນ 2 ປີ ແລະ ຖ້າກໍ່ສ້າງສຳເລັດ ຄາດວ່າຈະມີນັກທ່ອງທ່ຽວມາຢ້ຽມຊົມ ແລະ ພັກເຊົາ ປະມານ 2,5 ລ້ານເທື່ອຄົນຕໍ່ປີ.

May be an image of outdoors

ໂຄງການດັ່ງກ່າວ ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງສະຫະລັດອາຣັບເອເມເຣັດໃນທຸກດ້ານ ບໍ່ວ່າຈະເປັນດ້ານການທ່ອງທ່ຽວ, ຄົມມະນາຄົມ, ການຄ້າ, ອະສັງຫາລິມະຊັບ, ໂຄງສ້າງພື້ນຖານ, ການບໍລິການການເງິນ, ການບິນ, ອະວະກາດ, ພະລັງງານ, ທຸລະກິດປະເພດ MICE, ກະສິກຳ, ເຕັກໂນໂລຊີ ແລະ ການສຶກສາ ເປັນຕົ້ນ.