ຮູ້ຈັກ Miss Grand Laos 2022 ດີນ້າ ພຸດສະຫວັນ ວົງຄຳຊາວ

305

ຈົບລົງໄປແລ້ວສໍາລັບເວທີປະກວດ Miss Grand Laos 2022 ເຊິ່ງຜົນຂອງການປະກວດ ຜູ້ທີ່ໄດ້ຮັບຕໍາແໜ່ງ ແລະ ຄວ້າມຸງກຸດອັນຊົງກຽດຄື ພຸດສະຫວັນ ວົງຄຳຊາວ ຫຼື ດີນ້າ MGL15 ປະກາດຜົນໃນວັນທີ 27 ສິງຫາ 2022 ທີ່ ຫໍປະຊຸມແຫ່ງຊາດ ເຮົາມາທໍາຄວາມຮູ້ຈັກສາວຄົນນີ້ກັນ


ປັດຈຸບັນ ພຸດສະຫວັນ ວົງຄຳຊາວ ອາຍຸ 25 ປີ, ສ່ວນສູງ 168 ຊັງຕີແມັດ, ຈົບປະລິນຍາຕີ ພາກວິຊາບັນຊີ – ການເງິນ ຈາກ Kent Institue, Sydney, Australia.

ພຸດສະຫວັນ ວົງຄຳຊາວ ເຄີຍໃຫ້ສໍາພາດວ່າ ຈຸດເດັ່ນແມ່ນໄຫວພິບໃນການປັບຕົວເຂົ້າໃນສັງຄົມໄດ້ດີ ແລະ ການຕອບຄຳຖາມທີ່ບົ່ງບອກເຖິງຕົວຕົນຂອງຕົນເອງ, ມີຄວາມອົດທົນຕໍ່ ຄວາມກົດດັນ ແລະ ມີຄວາມທະເຍີນທະຍານທີ່ສູງ, ພ້ອມທັງສາມາດເອົາຕົວລອດດ້ວຍຕົນເອງໄດ້ງ່າຍດາຍ ຍ້ອນປະສົບການໃນການໃຊ້ຊີວິດ ແລະ ຮຽນຢູ່ຕ່າງປະເທດມາກ່ອນນັ້ນເອງ ຈຶ່ງເຮັດໃຫ້ມີພູມຄຸ້ມກັນ ແລະ ເພິ່ງຕົນເອງໄດ້ດີທີ່ສຸດ.

ສ່ວນຄະຕິປະຈຳໃຈຂອງດີນ້າແມ່ນ: “ Action, Consistent and endure lead to greatness in life, ການລົງມືທຳ, ຄວາມພະຍາຍາມ ແລະ ຄວາມສູ້ຄວາມອົດທົນ ເປັນສິ່ງທີ່ນຳສິ່ງດີທີ່ສຸດເຂົ້າມາໃນຊີວິດ ”.

ຖ້າຫາກມື້ໜຶ່ງຄວາມຝັນຂອງດີນ້າເປັນຈິງ ແລະ ສາມາດເຮັດໄດ້ຄວ້າຕໍາແໜ່ງ ແລະ ຄວ້າມົງກຸດຈາກເວທີ Miss Grand Laos 2022 ນ້ອງເອງ ກໍມີຄວາມຄິດໄວ້ວ່າສິ່ງທີ່ຢາກຈະປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມ ນັ້ນກໍຄືການປະກອບສ່ວນ, ປຸກລະດົມ ແລະ ເນັ້ນຢໍ້າຄວາມສຳຄັນຂອງການສຶກສາຕໍ່ຊາວໜຸ່ມຮຸ່ນສືບທອດໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຕົນເອງ ແລະ ເພື່ອພັດທະນາເສດຖະກິດຂອງປະເທດລາວ. ພ້ອມນີ້, ກໍຈະຈັບຍົກຫົວຂໍ້ ການພັດທະນາ – ການຊ່ວຍເຫຼືອປະຊາຊົນທີ່ຢູ່ໃນເຂດຫ່າງໄກສອກຫຼີກ ເປັນຕົ້ນແມ່ນການຮຽນວິຊາຊິບທີ່ສາມາດນຳໄປໃຊ້ໄດ້ຕົວຈິງ ( ນ້ອງເຄີຍເປັນ Finance Associate ທີ່ Swisscontract ເຊິ່ງໂຄງການນີ້ມອບໂອກາດ ແລະ ປຸກລະດົມໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ) ເພື່ອຫຼຸດຜ່ອນການວ່າງງານ ແລະ ສ້າງລາຍໄດ້ໃຫ້ແກ່ຕົນເອງ ແລະ ຄອບຄົວ.

ຈາກນີ້ກໍຖ້າຕິດຕາມ ແລະ ເຊຍ ພຸດສະຫວັນ ວົງຄຳຊາວ ໃນເວທີ ໃນການປະກວດ Miss Grand International 2022 ທີ່ຈະຈັດຂຶ້ນພາຍໃນເດືອນຕຸລາ ທີ່ປະເທດອິນໂດເນເຊຍ
ຜົນການປະກວດ ອັນດັບໜຶ່ງ MGL15 – ພຸດສະຫວັນ ວົງຄຳຊາວ
ຮອງອັນດັບໜຶ່ງ MGL16 – ສຸກັນຍາ ສຸລິວົງ
ຮອງອັນດັບສອງ MGL09 – ຈິດຕາ ທິບພອນໂພສີ
ຮອງອັນດັບສາມ MGL20 – ກິດຕິນາ ຄັນທະເພັງໄຊ
ຮອງອັນດັບສີ່ MGL13 – ຈິນດາວັນ ແສນທະວີ


ຮູບ: Dina Phoutsavanh