5 ຂໍ້ຕ້ອງປະຕິບັດຫຼັງລົດແຊ່ນໍ້າ

45

ປັດຈຸບັນຫຼາຍພື້ນທີ່ໄດ້ຮັບຜົນກະທົບນໍ້າຖ້ວມຂັງ ເຊິ່ງຄໍລໍາລົດມື້ນີ້ຈະນໍາສະເໜີ 5 ຂໍ້ຄວນປະຕິບັດ ຖ້າລົດຖືກແຊ່ນໍ້າ ເຊິ່ງທ່ານບໍ່ຮູ້ຈະເຮັດແນວໃດ. ມື້ນີ້ຄໍລໍາລົດມີຄໍາແນະນໍາເບື້ອງຕົ້ນມາຝາກ.
ກ່ອນອື່ນໝົດຕ້ອງໄດ້ທໍາ ຄວາມສະອາດຄາບເປື້ອນອອກໃນເບື້ອງຕົ້ນ ຫາກລົດຂອງທ່ານຈອດແຊ່ນໍ້າໃນພື້ນທີ່ທີ່ເຕັມໄປດ້ວຍຂີ້ເຫຍື້ອ, ຂີ້ຕົ້ມ ແນ່ນອນວ່າເມື່ອນໍ້າຫຼຸດລົງຄາບເປື້ອນດັ່ງກ່າວຍັງຕິດລົດທ່ານຢູ່ ສິ່ງທໍາອິດຄວນລ້າງ ຫຼື ເຊັດຄາບເປື້ອນອອກໂດຍໄວ ເພາະຫາກປ່ອຍປະໄວ້ດົນຈົນແຫ້ງ ອາດສົ່ງຜົນກະທົບຕໍ່ລະບົບພາຍໃນຂອງລົດ.

ຫ້າມຕິດຈັກລົດເດັດຂາດ: ໃຫ້ຈື່ໄວ້ເລີຍວ່າ ຫາກລົດຈົມນໍ້າຈົນເຖິງລະດັບເຄື່ອງຈັກ ຫ້າມຕິດຈັກລົດເປັນອັນຂາດ ເພາະນໍ້າທີ່ເຂົ້າໄປໃນລະບົບເຄື່ອງຈັກ ແລະ ເກຍລົດອາດຈະເຮັດໃຫ້ເກີດຄວາມເສຍຫາຍ ໂດຍສະເພາະການສູບຂອງເຄື່ອງຈັກ. ສະນັ້ນ, ເມື່ອນໍ້າແຫ້ງໃຫ້ຍົກ ຫຼື ລາກລົດໄປສູນບໍລິການ ຫຼື ຮ້ານສ້ອມແປງ ເພື່ອໃຫ້ນາຍຊ່າງແກ້ໄຂເປັນດີທີ່ສຸດ.
ຖອດສາຍໝໍ້ໄຟອອກທັນທີ: ນອກຈາກລະບົບເຄື່ອງຈັກແລ້ວ ລະບົບໄຟຟ້າໃນລົດກໍສໍາຄັນ ຫາກລົດຈົມນໍ້າເຖິງລະດັບເຄື່ອງຈັກ ຫຼື ຖ້ວມໝົດທັງຄັນ ຍ່ອມມີຜົນຕໍ່ລະບົບໝໍ້ໄຟ, ສະນັ້ນຄວນຖອດສາຍໝໍ້ໄຟອອກທັນທີ ເພື່ອປ້ອງກັນລະບົບໄຟຟ້າໃນລົດ ອາດລັດວົງຈອນ ເນື່ອງຈາກລົດຍຸກນີ້ລະບົບຄວບຄຸມທຸກຢ່າງແມ່ນໄຟຟ້າ.


ກວດກາໃນຈຸດທີ່ເຊື່ອມຕໍ່ອຸປະກອນຕໍ່ຢາສູບ: ລົດທຸກຄັນແມ່ນມີຈຸດໜຶ່ງທີ່ໄວ້ສໍາລັບໃຫ້ຕໍ່ຢາສູບ ເຊິ່ງໜ້າທີ່ຫຼັກຂອງມັນແມ່ນບ່ອນສາກໄຟກັບອຸປະກອນຕ່າງໆ. ຫາກກວດພົບວ່າມີຄາບນໍ້າ ສະແດງວ່າລະດັບນໍ້າຂຶ້ນສູງຮອດຄອນໂຊນ ຫຼື ຄັນເກຍ ຈະສົ່ງຜົນຕໍ່ລະບົບໄຟຟ້າໃນລົດແນ່ນອນ ເຊິ່ງທ່ານຈໍາເປັນຕ້ອງຮື້ລະບົບທັງໝົດໃນຄອນໂຊນອອກມາ ເພື່ອເຮັດຄວາມສະອາດ ແລະ ເປົ່າໃຫ້ແຫ້ງຈະດີທີ່ສຸດ.
ລະບົບເບຣກຢ່າຄິດວ່າບໍ່ສໍາຄັນ: ແນ່ນອນວ່າການທີ່ນໍ້າຖ້ວມເຖິງລະດັບເຄື່ອງຈັກ ມັນຍ່ອມສົ່ງຜົນກະທົບໄປທຸກລະບົບຂອງລົດ ເພາະລົດລຸ້ນໃໝ່ນີ້ແມ່ນເຊື່ອມຕໍ່ລະບົບໄຟຟ້າທັງໝົດ ບໍ່ວ່າຈະເປັນທັງສາຍ ເບຣກ ແລະ ລະບົບເຊັນເຊີຕ່າງໆ, ຖ້າເປັນລົດຫຼູຍິ່ງມີ ຄວາມສໍາຄັນໄປອີກ ເພາະຖ້າລະບົບໃດລະບົບໜຶ່ງມີບັນຫາ ອາດສົ່ງຜົນໃຫ້ລະບົບອື່ນໆຂອງລົດບໍ່ເຮັດວຽກ, ສະນັ້ນສິ່ງທີ່ຕ້ອງປະຕິບັດຄືກວດເຊັກລະບົບຂອງແຫຼວ ( ນໍ້າ ) ກ່ຽວກັບເບຣກທັງໝົດ ແລະ ລະບົບຄວບຄຸມໄຟຟ້າອັນໃດສາມາດຖອດອອກມາທໍາຄວາມສະອາດ ແລະ ເປົ່າໃຫ້ແຫ້ງກໍຈະເປັນການດີ.


ທັງໝົດນີ້ ເປັນພຽງ 5 ເຕັກນິກໃນເບື້ອງຕົ້ນເທົ່ານັ້ນ ຖ້າຫາກລົດຂອງທ່ານຕ້ອງໄດ້ຈອດແຊ່ນໍ້າໃນລະດັບນໍ້າຮອດຕີນລົດແລ້ວ ເຊິ່ງນອກຈາກນີ້ຍັງມີຈຸດຕ່າງໆຕ້ອງກວດສອບທັງໝໍ້ນໍ້າ, ລູກໝາກຕີນລົດ ທີ່ສາມາດຖອກອອກມາທໍາ ຄວາມສະອາດ ແລະ ເປົ່າໃຫ້ແຫ້ງໄດ້.
ຫາກພົບກໍລະນີລົດທີ່ຈອດແຊ່ນໍ້າໄວ້ດົນໆ ເພາະປັດຈຸບັນຫຼາຍພື້ນທີ່ຂອງແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ແມ່ນໄດ້ຮັບຜົນກະທົບຈາກນໍ້າງື່ມໄຫຼຊຸ ເຊິ່ງເຊື່ອວ່າລົດຫຼາຍຄັນອາດພົບບັນຫາຄືດັ່ງທີ່ຍົກຂຶ້ນມາຂ້າງເທິງ ຫຼື ກໍລະນີຂີ່ລົດຜ່ານນໍ້າຖ້ວມແລ້ວເກີດກໍລະນີຈັກລົດດັບ ແລ້ວພາໃຫ້ລົດແຊ່ຢູ່ກາງນໍ້າ ໃຫ້ທ່ານລອງປະຕິບັດເບິ່ງ.
[ ຂໍ້ມູນຈາກhttps://auto.sanook.com/60717/ ]