ກະຊວງ ກປ ເຊັນ MOU ໂຄງການ “ໜຶ່ງທາງ ສອງເຂດ” ກັບ ອົງການປົກຄອງປະຊາຊົນ ແຂວງຫູໜານ ສປ ຈີນ

209

ກະຊວງກະສິກຳ ແລະ ປ່າໄມ້ (ກປ) ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືກັນສ້າງ ໂຄງການ “ໜຶ່ງ ທາງ ສອງເຂດ” ກັບ ອົງການປົກຄອງປະຊາຊົນ ແຂວງຫູໜານ ສປ ຈີນ ແລະ ໄດ້ ມອບ-ຮັບ ການຊ່ວຍເຫຼືອລ້າ ເຄື່ອງກົນຈັກກະສິກຳ ຈາກອົງການປົກຄອງປະຊາຊົນແຂວງຫູໜານ ສປ ຈີນ ໃຫ້ແກ່ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ. ຜ່ານວິດີໂອທາງໄກ ກັບ ຝ່າຍຈີນທີ່ແຂວງຫູໜານ ໃນວັນທີ 26 ສິງຫາ 2022 ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ຕາງໜ້າລົງນາມຝ່າຍລາວໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ເຫີ ເປົ້າ ຊຽງ (HE Baoxiang) ຮອງເຈົ້າແຂວງໆຫູໜານ, ມີ ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ເສົາ ເວັນ ຍູ (ZHAO WEN YU) ທູດເສດຖະກິດຈີນ ປະຈຳ ລາວ ແລະ ພາກສ່ວນກ່ຽວຂ້ອງຈາກຂະແໜງການຕ່າງໆ 2 ຝ່າຍເຂົ້າຮ່ວມ.

ທ່ານ Mao Weiming ເຈົ້າແຂວງອົງການປົກຄອງປະຊາຊົນແຂວງຫູໜານ ກ່າວວ່າ: ແຂວງຫູໜານ ມີປະຫວັດສາດອັນຍາວນານ, ມີວັດທະນະທໍາທີ່ອຸດົມສົມບູນ ແລະ ພູຜາແມ່ນ້ຳທີ່ສວຍງາມ. ໃນຊຸມປີມໍ່ໆມານີ້ ແຂວງຫູໜານໄດ້ຈັດຕັ້ງປະຕິບັດຕາມຈິດໃຈຄໍາປາໄສທີ່ສໍາຄັນຂອງທ່ານປະທານ ສີຈິ້ນຜິງ ກ່າວໃນເວລາເພິ່ນຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫູໜານ ແລະ ແນວຄວາມຄິດ ວຽກງານການຕ່າງປະເທດຂອງ ທ່ານປະທານ ສີຈິ້ນຜິງ, ການພັດທະນາເສດຖະກິດສັງຄົມໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ການຮ່ວມມືລະຫວ່າງ ແຂວງຫູໜານ ແລະ ສປປ ລາວ ກໍໄດ້ຮັບລົງເລິກ ແລະ ປາກົດຜົນເປັນຈິງຫຼາຍດ້ານ. ແຂວງຫູໜານມີທ່າແຮງອັນພົ້ນເດັ່ນດ້ານຂະແໜງການກະສິກຳ ແລະ ອຸດສາຫະກໍາການຜະລິດ, ມີເນື້ອທີ່ປູກຜັກກາດຊອມອັນດັບໜຶ່ງພາຍໃນປະເທດຈີນ, ມີປະລິມານຜະລິດເຂົ້າສານ ອັນດັບທີ 2 ພາຍໃນປະເທດຈີນ ແລະ ກໍໄດ້ສໍາເລັດສົ່ງເສີມການປູກແນວພັນເຂົ້າປະສົມຢູ່ຫຼາຍຫຼາຍປະເທດ; ມີ 3 ຂະແໜງອຸດສາຫະກຳການຜະລິດທີ່ຖືກຈັດໃນລະດັບສາກົນ ເຊັ່ນ: ຂະແໜງເຄື່ອງກົນຈັກການກໍ່ສ້າງ, ຂະແໜງອຸປະກອນການຂົນສົ່ງມີລາງ, ອຸປະກອນອາວະກາດ ແລະ ອຸປະກອນການບິນ, ມູນຄ່າການຜະລິດຮອດ 3 ພັນຕື້ ມີ 3 ຂະແໜງການຄື: ການຜະລິດອຸປະກອນ, ວັດຖຸດິບ ແລະ ຜະລິດຕະພັນບໍລິໂພກ.

ປັດຈຸບັນ ມີຜູ້ລົງທຶນຈາກແຂວງຫູນານ ໄປລົງທຶນສ້າງຕັ້ງບໍລິສັດ ຢູ່ລາວ ຈໍານວນ 178 ແຫ່ງ, ມູນຄ່າການລົງທຶນ 850 ລ້ານໂດລາສະຫະລັດ, ໄດ້ເປີດເສັ້ນບິນໂດຍກົງ 2 ເສັ້ນບິນ ເຊັ່ນ: ຊາງຊາ-ວຽງຈັນ, ຊາງຊາ-ຫຼວງພະບາງ, ພ້ອມທັງໄດ້ເປີດຂະບວນທາງລົດໄຟ ຮວຍຫົວ-ວຽງຈັນ (ອາຊຽນ), ໄດ້ສ້າງເມືອງມິດຕະພາບ 5 ຄູ່, ໄດ້ດໍາເນີນກິດຈະກໍາຫຼາຍຮູບຫຼາຍແບບ ຄື: ນັກທ່ອງທ່ຽວ 10.000 ຄົນຈາກແຂວງຫູໜານໄປທ່ຽວລາວ, ປີທ່ອງທ່ຽວຈີນ-ລາວ ແລະ ກິດຈະການຕ່າງໆອື່ນໆ. ການຮ່ວມມື ລາວ- ແຂວງງຫູໜານ ໄດ້ຮັບໝາກຜົນອັນພົ້ນເດັ່ນ ແລະ ມີຂອບເຂດການຮ່ວມມືຢ່າງກວ້າງຂວາງໃນອະນາຄົດ. ແຂວງຫູໜານຍິນດີທີ່ຈະຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ຖືເອົາການປະຕິບັດແຜນການສ້າງສາປະຊາຄົມຮ່ວມຊາຕາກໍາຈີນ-ລາວ ເປັນຫຼັກ ແລະ ຖືການເຊັນບົດບັນທຶກຄັ້ງນີ້ ເປັນຈຸດເລີ່ມຕົ້ນໃໝ່ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືແບບຕ່າງຝ່ານຕ່າງມີຜົນປະໂຫຍດໃນລະດັບສູງປະກົດເປັນຈິງ ເຊິ່ງແມ່ນການຮ່ວມມືທາງດ້ານການເຊື່ອມຕໍ່ກັນດ້ານພື້ນຖານໂຄງລ່າງ, ການພັດທະນາແບບປະສານສົມທົບດ້ານອຸດສາຫະກຳ, ການຮ່ວມມືປັບປຸງຊີວິດການເປັນຢູ່ ແລະ ສະຫວັດດີຂອງປະຊາຊົນ, ຍາດແຍ່ງເອົາກາລະໂອກາດໃໝ່ຂອງ RCEP (ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ), ສ້າງແບບຢ່າງເພື່ອສ້າງສາປະຊາຄົມຮ່ວມຊາຕາກໍາຈີນ-ລາວ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ຕໍ່ການພັດທະນາຂອງສອງຊາດ ລາວ-ຈີນ ໂດຍສະເພາະແມ່ນການພັດທະນາໃນຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂອງສອງຊາດ ລາວ-ຈີນ. ສປ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງເພື່ອນຍຸດທະສາດ ແລະ ມິດຕະພາບຂອງ ສປ ລາວ, ພ້ອມທັງມີມິດຕະພາບອັນເປັນມູນເຊື້ອພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາແຕ່ດົນນານ. ທັງສອງຝ່າຍໄດ້ສ້າງການຮ່ວມມືກັນຢ່າງເປັນລະບົບໃນຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊິ່ງມີການຮ່ວມມືແລກປ່ຽນ ແລະ ຊ່ວຍເຫຼືອກັນໃນຂອບວຽກໃນແຜນງານ ແລະ ໂຄງການຕ່າງໆ. ຝ່າຍລາວ ຈະສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນຢ່າງຕັ້ງໜ້າ ແລະ ສ້າງປະເທດລາວໃຫ້ກາຍເປັນທ່າເຮືອທາງບົກຂອງພາກພື້ນ ໂດຍຜ່ານການປະຕິບັດດ້ານຍຸດທະສາດ “ການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ”.

ສຳລັບ ສປປ ລາວ, ການເປີດເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງແຕ່ເປັນທາງເລືອກໃໝ່ໃນການຂົນສົ່ງເທົ່ານັ້ນ, ຍັງສາມາດໃຫ້ປະເທດ ລາວ ບັນລຸເປົ້າໝາຍການເປັນສູນກາງເຊື່ອມຕໍ່ບັນດາປະເທດໃນພາກພື້ນອາຊຽນ. ໃນປະຈຸບັນໂຄງການເຂດພັດທະນາອຸດສາຫະກໍາ-ກະສິກໍາທັນສະໄໝນະຄອນຫຼວງວຽງຈັນ ທີ່ກໍາລໍາລັງກໍ່ສ້າງນັ້ນ ແມ່ນເປັນຖານຕົວແບບທີ່ມີບົດບາດຂອບເຂດສູນໃຈກາງຂອງ ສປປ ລາວ ພ້ອມທັງຈະສ້າງເປັນສູນຈໍລະຈອນນຜະລິດຕະພັນກະສິກໍາຢູ່ພາກພື້ນ ແລະ ເຂດອ້ອມຂ້າງ, ດ້ວຍອາໃສບົດບາດການເຊື່ອມໂຍງຂອງ ແລວເສດຖະກິດລາວ-ຈີນ ແລະ ທາງລົດໄຟ ລາວ-ຈີນ. ຝ່າຍລາວຫວັງວ່າຈະເພີ່ມທະວີການຮ່ວມມືກັບແຂວງຫູໜານຕື່ມອີກ ໂດຍຜ່ານການລົງນາມໃນບົດບັນທຶກ, ຮ່ວມກັນສະໜັບສະໜູນ, ຈັບມືກັນສ້າງ “ໜຶ່ງທາງສອງເຂດ” ໃຫ້ໃຫຍ່ແລະເຂັ້ມແຂງກວ່າເກົ່າ, ພ້ອມທັງປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງສອງປະເທດ.

ທ່ານ Shen Yumou ຫົວໜ້າ ພະແນກການຄ້າແຂວງຫູໜານ ໄດ້ແນະນຳສະພາບການທີ່ກ່ຽວຂ້ອງຂອງໂຄງການ “ໜຶ່ງທາງ ສອງເຂດ”, ເປັນໂຄງການສໍາຄັນແບບນະວັດຕະກໍາທີ່ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາໃໝ່, ໂດຍນໍາໃຊ້ແລວເສດຖະກິດທາງລົດໄຟລາວ-ຈີນ ເພື່ອເຊື່ອມໂຍງກັບໂຄງການເຂດພັດທະນາອຸດສາຫະກໍາ-ກະສິກໍາທັນສະໄໝ ນະຄອນຫຼວງວຽງຈັນ ຢູ່ ສປປ ລາວ ແລະ ເຂດພັດທະນາເສດຖະກິດ ຈິນເຊຍ ຊາງຊາ, ເຂດອຸດສາຫະກໍາ ໂລຊິດສຕິກ ສາກົນ (ອາຊຽນ) ຮວຍຮວ້າ ແລະ ເຂດພັດທະນາອຸດສາຫະກຳ ທີ່ຮອງຮັບດ້ານອື່ນໆ ແຂວງ ຫຸນານ ສປ ຈີນ. ໂຄງການ “ໜຶ່ງທາງ ສອງເຂດ”, ເປັນໂຄງການບຸກບືນສ້າງວິທີທາງການຄ້າສາກົນທີ່ສຳຄັນ ແລະ ເປັນວິທີທາງແລກປ່ຽນວິທະຍາສາດ ແລະ ເຕັກໂນໂລຊີຢ່າງກ້າວກະໂດດ. ເຊິ່ງຈະສົ່ງເສີມການເຊື່ອມໂຍງໂດຍກົງຢ່າງມີປະສິດທິພາບ ແລະ ການເສີມປະສິດທິພາບລະຫວ່າງກຳລັງການຜະລິດ ແລະ ຕະຫຼາດ, ເພື່ອໃຫ້ປະສົບການຂອງ ສປ ຈີນ ແລະ ຄວາມຕ້ອງການດ້ານການພັດທະນາຂອງ ສປປ ລາວສາມາດບັນລຸຕາມຄາດໝາຍແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນໂອກາດດຽວກັນ ທ່ານ He Baoxiang ຮອງເຈົ້າແຂວງ ແຂວງ ຫູໜານ ຕາງໜ້າອົງການປົກຄອງແຂວງຫູໜານ ໄດ້ມອບ ເຄື່ອງກົງຈັກກະສິກຳ ຊ່ວຍເຫຼືອລ້າ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ. ເພື່ອເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງແຂວງຫູໜານກັບ ສປປ ລາວ, ປະກອບສ່ວນເຂົ້າໃນວຽກງານການຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ການສ້າງສາພັດທະນາຄູ່ຮ່ວມຊະຕາກຳສອງຊາດ ລາວ-ຈີນ.

 

.