ຮອບສອງປີ ຫຼວງພະບາງຈຶ່ງໄດ້ ໂລະລາດ 2022 ຄືກຄື້ນເປັນພິເສດ

76

ຕອນເຊົ້າ ວັນທີ 25 ສີງຫານີ້, ຊາວນະຄອນຫຼວງພະບາງໄດ້ພາກັນມ່ວນຊື່ນອອກງານໂລະລາດແຕ່ເຊົ້າ ເຊິ່ງຈັດໂດຍອົງການປົກຄອງນະຄອນ ຫຼວງພະບາງເປັນການລົງຕະຫຼາດນັດແບບມວນຊົນ ຫຼື ຊາວຫຼວງພະບາງເອີ້ນກັນວ່າໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2565 ຄສ 2022.


ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂື້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດ ຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນດື່ມ ແລະໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ.


ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ງານໂລະລາດ ເປັນປະເພນີໜື່ງ ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອານຸລັກປົກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດ ທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນທີ່ໄດ້ສືບທອດກັນມາເຫິງນານ ໃນປີນີ້ ອົງການປົກຄອງນະ ຄອນຫຼວງພະບາງ ໄດ້ປຸກລະດົມໃຫ້ປະຊາຊົນນຳເອົາສີນ ຄ້າມາວາງຂາຍໃຫ້ຫຼາຍ ທັງໄດ້ມີການຄຸ້ມຄອງ ແລະຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.


ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າ ໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດີນ, ສ່ວນວັນທີ່ 26 ກົງກັບມື້ແຮມ 14 ຄໍ່າ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ, ເລີ້ມແຕ່ຕອນເຊົ້າ ເວລາ 5 ໂມງ ການນຳພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມກັນທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ