ຢູ 15 ມາສເຕີ ບຽດຊະນະ ແຊັມເກົ່າ ເອສະຣາ ແຊງຂຶ້ນນໍາ ບານເຕະຊີງຂັນ ສຕລ 2022

30

ແຊັມເກົ່າ ເອສະຣາ ເອັຟຊີ ໃນຊຸດຮຸ່ນອາຍຸບໍ່ເກີນ 15 ປີ ສະດຸດອີກແລ້ວ ຫຼັງຖືກ ມາສເຕີ 7 ເອັຟຊີ ບຽດເອົາຊະນະ 2-1 ໃນການແຂ່ງຂັນບານເຕະຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ເມື່ອວັນທີ 22 ສິງຫາ 2022 ເຮັດໃຫ້ ມາສເຕີ 7 ເອັຟຊີ ເກັບຄະແນນເທົ່າກັບ ເອສະຣາ ພ້ອມແຊງຂຶ້ນນໍາ ເພາະມີສະຖິຕິດີກວ່າ.

ການແຂ່ງຂັນບານເຕະບານເຕະຊີງຂັນ ສຕລ ປະຈໍາປີ 2022 ໃນຮຸ່ນອາຍຸບໍ່ເກີນ 15 ປີ ເມື່ອວັນທີ 22 ສິງຫາ 2022 ມີການແຂ່ງຂັນ 3 ຄູ່ ໂດຍຄູ່ບິກແມັດເປັນການພົບກັນລະຫວ່າງ ເອສະຣາ ເອັຟຊີ ທີມນໍາຂອງຕາຕະລາງຄະແນນລວມຈາກການມີ 9 ຄະແນນ ພົບກັບ ມາສເຕີ 7 ເອັຟຊີ ມີ 6 ຄະແນນ ຜ່ານການແຂ່ງຂັນປາກົດວ່າ: ເປັນ ມາສເຕີ 7 ເອັຟຊີ ບຽດເອົາຊະນະໄປ 2-1 ຈາກຜົນດັ່ງກ່າວ ເຮັດໃຫ້ ມາສເຕີ 7 ເອັຟຊີ ເກັບຄວາມໄດ້ປຽບໄວ້ໃນມືມີ 9 ຄະແນນເທົ່າກັບ ເອສະຣາ ເອັຟຊີ ແຕ່ ມາສເຕີ 7 ເອັຟຊີ ແຊງຂຶ້ນນໍາຕາຕະລາງຄະແນນລວມຈາກຜົນງານລົງສະໜາມ 4 ນັດຊະນະ 3 ແລະ ເສຍ 1 ນັດ, ສ່ວນ ເອສະຣາ ກໍມີ 9 ຄະແນນຈາກຜົນງານ ລົງສະໜາມ 5 ນັດ ຊະນະ 3 ແລະ ເສຍ 2 ນັດ.

ສ່ວນອີກ 2 ຄູ່ ສະໂມສອນ ຈໍາປາສັກ ເອັຟຊີ ສະເໝີກັບ ສະໂມສອນ ຫຼວງພະບາງ ເອັຟຊີ 2-2 ເຮັດໃຫ້ ຈໍາປາສັກ ເກັບເພີ່ມເປັນ 8 ຄະແນນຈາກ 5 ນັດຢູ່ທີ 3 ຂອງຕາຕະລາງຄະແນນລວມ, ສ່ວນ ຫຼວງພະບາງ ເກັບເພີ່ມເປັນ 8 ຄະແນນຄືກັນຢູ່ທີ 4. ຂະນະທີ່ ຊ້າງນ້ອຍ ເອັຟຊີ ຖະຫຼົ່ມ ກອງທັບ ເອັຟຊີ 5-0 ເຮັດໃຫ້ ຊ້າງນ້ອຍ ເກັບເພີ່ມເປັນ 5 ຄະແນນ ແຊງຂຶ້ນໄປຢູ່ອັນດັບທີ 5 ແລະ ກອງທັບ ຍັງບໍ່ມີຈັກຄະແນນຢູ່ອັນດັບທີ 7 ຂອງຕາຕະລາງ.

ສໍາລັບ ຮູບແບບການແຂ່ງຂັນເຕະ ເຍົາວະຊົນຊາຍ ຊີງຂັນ ສຕລ ໃນຮຸ່ນອາຍຸບໍ່ເກີນ 15 ປີ ແມ່ນນຳໃຊ້ຮູບແບບການແຂ່ງຂັນແບບພົບກັນໝົດ (ROUND ROBIN ) ໂດຍແຂ່ງຂັນ 1 ຮອບ ແລະ ສະໂມສອນທີ່ໄດ້ອັນດັບທີ 1-4 ເຂົ້າຮອບຕໍ່ໄປ ເພື່ອແຂ່ງຂັນເອົາສະໂມສອນທີ່ໄດ້ຊະນະເລີດຕາມລຳດັບ ເຊິ່ງມາຮອດປັດຈຸບັນແມ່ນຮອດເຄິ່ງທາງແລ້ວ ໂດຍສະເພາະຮອບແບ່ງກຸ່ມແມ່ນເຫຼືອການແຂ່ງຂັນອີກ 2 ມື້ເທົ່ານັ້ນ ໂດຍທີມທີ່ລຸ້ນເຂົ້າຮອບກໍມີຫຼາຍທີມຢູ່ ແລະ ມື້ຕໍ່ໄປຈະແຂ່ງຂັນກັນຕໍ່ໃນວັນທີ 24 ສິງຫາ 2022 ຄື:

-ເວລາ 15:00 ໂມງ ວຽງຈັນ ເອັຟຊີ ພົບ ຊ້າງນ້ອຍ ແຂ່ງຂັນທີ່ສະໜາມ ສຕລ 1
-ເວລາ 15:00 ໂມງ ກອງທັບ ເອັຟຊີ ພົບ ຈໍາປາສັກ ເອັຟຊີ ແຂ່ງຂັນທີ່ສະໜາມ ສຕລ 2
-ເວລາ 18:00 ໂມງ ມາສເຕີ 7 ເອັຟຊີ ພົບ ຫຼວງພະບາງ ເອັຟຊີ ແຂ່ງຂັນທີ່ສະໜາມ ສຕລ 1
ຂ່າວ: Larh Creators; ຮູບຈາກ: ສຕລ