ກຳມະກອນຢູ່ທ່າເຮືອໃຫຍ່ທີ່ສຸດຂອງອັງກິດ ນັດຢຸດງານເປັນເວລາ 8 ວັນ

22

ສຳນັກຂ່າວຕ່າງປະເທດລາຍງານວ່າ ພະນັກງານ – ກຳມະກອນຫຼາຍກວ່າ 1.900 ຄົນ ທີ່ທ່າເຮືອ Felixstowe ເຊິ່ງເປັນທ່າເຮືອຕູ້ຄອນເທັນເນີໃຫຍ່ທີ່ສຸດຂອງອັງກິດ ໄດ້ພ້ອມກັນນັດຢຸດງານເປັນເວລາ 8 ວັນ ໂດຍເລີ່ມແຕ່ວັນທີ 21 ສິງຫາ 2022 ເປັນຕົ້ນໄປ ເພື່ອປະທ້ວງທວງໃຫ້ນາຍຈ້າງປັບຂຶ້ນຄ່າແຮງງານ ຫຼື ເງິນເດືອນ ເຊິ່ງຈະສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້າຢ່າງຫຼີກລ່ຽງບໍ່ໄດ້.

May be an image of sky

ທັງນີ້, ການນັດຢຸດງານຂອງພະນັກງານ – ກຳມະກອນທີ່ທ່າເຮືອ Felixstowe ເປັນຂະບວນລຸກຮືຂຶ້ນຂອງກຳມະກອນກຸ່ມຫຼ້າສຸດ ທີ່ຮຽກຮ້ອງໃຫ້ນາຍຈ້າງປັບຂຶ້ນເງິນເດືອນ, ຫຼັງຈາກທີ່ສະຫະພາບແຮງງານຂອງອັງກິດ ໄດ້ອອກມາຮຽກຮ້ອງໃຫ້ບັນດາບໍລິສັດທີ່ເປັນນາຍຈ້າງເພີ່ມແຮງງານໃຫ້ແກ່ພະນັກງານ – ກຳມະກອນທີ່ກຳລັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນນັບມື້.

May be an image of sky

ທັງນີ້, ອັດຕາເງິນເຟີ້ຂອງອັງກິດ ເພີ່ມຂຶ້ນ 10,1% ໃນເດືອນກໍລະກົດຜ່ານມາ ສູງສຸດໃນຮອບ 40 ປີ, ໃນຂະນະທີ່ນັກເສດຖະສາດຄາດການວ່າ ອັດຕາເງິນເຟີ້ໃນອັງກິດມີທ່າອ່ຽງເພີ່ມຂຶ້ນ ແລະ ອາດຈະທະລຸ 15% ໃນຕົ້ນປີໜ້າ ທ່າມກາງຕົ້ນທຶນພະລັງງານ ແລະ ອາຫານເພີ່ມສູງຂຶ້ນນັບມື້.