ທຳລາຍຜັກເກືອບ 4 ໂຕນ ລັກລອບນຳເຂົ້າຈາກໄທ

137

ໄລຍະນີ້ ຄວາມຕ້ອງການບໍລິໂພກຜັກຫຼາຍຍ້ອນເປັນລະດູຝົນຜະລິດຍາກ ຈິ່ງເຮັດໃຫ້ພໍ່ຄ້າແມ່ຄ້າພະຍາມຍາມຢາກນຳເຂົ້າສິນຄ້າປະເພດດັ່ງກ່າວເຂົ້າມາລາວ ເພື່ອຈຳໜ່ວຍໃຫ້ພີ່ນ້ອງຜູ້ບໍລິໂພກ ແຕ່ໜ້າເສຍດາຍທີ່ການນຳເຂົ້າຂອງພໍ່ຄ້າແມ່ຄ້າປະຕິບັດບໍຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ລັດສູນເສຍລາຍຮັບແຖມສ່ຽງຕໍ່ສຸຂະພາບຂອງຜູ້ຈະນຳໄປບໍລິໂພກອີກ ເຈົ້າໜ້າທີ່ຈິ່ງກວດຍຶດ ແລະນຳໄປທຳລາຍຖີ້ມ.


ທ່ານ ວັນນາ ໂພໄຊ ຫົວຫນ້າຫນ່ວຍງານປ້ອງກັນພືດປະຈຳດ່ານ ຂົວມິດພາບລາວ-ໄທ ແຫ່ງທີ 1 ລາຍງານວ່າ: ໃນວັນທີ 18 ສິງຫາ 2022 ເຈົ້າຫນ້າທີ່ກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງ ທີ 1 ໄດ້ເຮັດບົດບັນທຶກມອບ-ຮັບສິນຄ້າກະສິກຳທີ່ສາມາດຄວບຄຸມ ໄດ້ຈາກການ ນຳເຂົ້າຜິດລະບຽບ ເຊິ່ງເຈົ້າຫນ້າທີ່ກັກກັນພືດໄດ້ ປະສານສົມທົບກັບເຈົ້າຫນ້າພາສີສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ສາມາດກວດກາ ແລະ ກັກສິນຄ້າປະເພດຜັກນໍາເຂົ້າ ໂດຍ ລັກລອບເຂົ້າມານຳດ້ວຍລົດໂດຍສານລະຫວ່າງປະເທດ ສາຍ ອຸດອນ-ວຽງຈັນ ເປັນພຶດຜັກທີ່ສາມາດປູກເອງຢູ່ລາວໄດ້ ເຊັ່ນ: ຜັກບົ່ວ ຫມາກເລັ່ນ ຫມາກບວບ ຫອມປ້ອມ ຫມາກແຕງ ຜັກກາດ ແລະ ພືດຜັກອື່ນໆ ລວມທັງຫມົດ 3.914 ກິໂລກອາມ ມູນຄ່າ 1.274 ໂດລາສະຫະລັດ ຫຼືປະມານ 19 ລ້ານກີບ.

ໃນນີ້ ແມ່ນປະເພດພືດຜັກນໍາເຂົ້າມາຜິດ ລະບຽບ ບໍ່ມີເອກະສານກ່ຽວຮ້ອງທາງດ້ານກັກກັນພືດ ເປັນຕົ້ນ ບໍ່ມີ ໃບອະນຸຍາດນຳເຂົ້າ ແລະ ໃບຢັ້ງຢືນສຸຂະນາໄມພືດຈາກປະເທດຕົ້ນ ທາງ ເປັນການລະເມີດຕໍ່ກົດຫມາຍປ້ອງກັນພືດ ແລະ ກັກກັນພືດ ຫມວດທີ1 ວ່າດ້ວຍການນຳເຂົ້າ ໃນມາດຕາ 33 ຫາ 84 ວ່າດ້ວຍ ເອກະສານທີ່ຕ້ອງແຈ້ງ ແລະ ກວດກາກ່ອນການນຳເຂົ້າ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກງານ ຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ ຜະລິດຢູ່ ພາຍໃນປະເທດ ແລະ ຄຸ້ມຄອງນຳເຂົ້າສິນຄ້າອຸປະໂພກ ບໍລິໂພກ ສະບັບເລກທີ 4360/ກປ.ນວ ດັ່ງນັ້ນ ເຈົ້າຫນ້າທີ່ກ່ຽວຂ້ອງ ຈຶ່ງໄດ້ປະຕິບັດ ຕາມລະບຽບການທຸກຂັ້ນຕອນໃຫ້ຖືກຕ້ອງ ສອດຄ່ອງ ແລະ ໂປ່ງໃສ.


ໃນປີ 2022 ດ່ານກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ກໍຄືເຈົ້າຫນ້າທີ່ກັກກັນພືດ ສາມາດທຳລາຍພືດຜັກທີ່ລັກລອບນຳ ເຂົ້າ ຜິດລະບຽບໄດ້ 2 ຄັ້ງ ໂດຍຄັ້ງທີ 1 ລະຫວ່າງເດືອນມີນາ 2022 ໄດ້ຢຶດທຳລາຍພືດພັກ 1.578 ກິໂລກຣາມ ມູນຄ່າ 848 ລ້ານໂດລາ ສະຫະລັດ ແລະ ຄັ້ງຫຼ້າສຸດໃນເດືອນສິງຫາ 2022 ນີ້.

ຂໍ້ມູນ ແລະ ຮູບພາບ: ວຽງຈັນໃໝ່