ເລັ່ງແກ້! ເສັ້ນທາງ 13 ເໜືອເຂດເມືອງປາກອູມີຫີນເຈື່ອນຕັນທາງ

80

ລາຍງານຈາກແຫຼ່ງຂ່າວທ້ອງຖິ່ນແຂວງຫຼວງພະບາງໃຫ້ຮູ້ວ່າ ເນື່ອງຈາກສະພາບຝົນຕົກລິນຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍທ້ອງຖິ່ນພາຍໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ, ດີນເຈື່ອນ ເຮັດໃຫ້ເສັ້ນທາງ 13 ເໜືອຄອຍໄດ້ຮັບຜົນກະທົບໄປນຳ.

ຫຼ້າສຸດ, ໃນຕອນບ່າຍວັນທີ 15 ສິງຫາ 2022 ມີລາຍງານສະພາບດິນ ແລະຫີນເຈື່ອນຕັນທາງເຂດຜາລາຍເມືອງປາກອູເຮັດໃຫ້ການສັນຈອນຕິດຂັດ. ໃນສະຖານະການດັ່ງກ່າວ, ທ່ານ ແກ່ນຄຳ ຄຳພັນ ເຈົ້າເມືອງປາກອູ ໄດ້ໃຫ້ສຳພາດວ່າ: ປັດຈຸບັນ, ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງຂອງເມືອງ ລົງກວດກາສະພາບຈຸດເກີດເຫດເຫັນວ່າມີດິນ ແລະຫີນເຈື່ອນຕັນທາງ 2-3 ຈຸດ ແລະໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະເສຍຫາຍຈາກເຫດການທີ່ເກີດຂຶ້ນ.

ແນວໃດກໍ່ດີ ພາ່ຍຫຼັງຮັບຊາບບັນຫາແມ່ນທາງເມືອງໄດ້ປະສານສົມທົບກັບບໍລິສັດຮັບຜິດຊອບເຂົ້າມາແກ້ໄຂຈຸດເກີດເຫດດັ່ງກ່າວ ເພື່ອເຮັດໃຫ້ການສັນຈອນໄດ້ເປັນປົກກະຕິ.


ທ່ານເຈົ້າເມືອງປາກອູຍັງໃຫ້ຮູ້ຕື່ມວ່າ: ນັບແຕ່ເກີດມີສະພາບຝົນຕົກ ເຮັດໃຫ້ປະຊາຊົນບາງບ້ານຂອງເມືອງປາກອູໄດ້ຮັບຜົນກະທົບຈາກນ້ຳປ່າໄຫຼສຸ ແລະ ນ້ຳຖ້ວມ-ດີນເຈື່ອນຈຳນວນໜຶ່ງ, ປັດຈຸບັນຄະນະນຳຂອງເມືອງໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ປະສານສົມທົບກັບອົງການປົກຄອງບ້ານເພື່ອເຝົ້າລະວັງຢ່າງໃກ້ຊິດ ແລະກໍາລັງເລັ່ງແກ້ໄຂສະພາບການທີ່ເກີດຂຶ້ນໃນເບື້ອງຕົ້ນ ທັງໄດ້ເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ ເພື່ອວາງແຜນການແກ້ໄຂໃນຂັ້ນຕໍ່ໄປ.