ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V ດຳເນີນກອງປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 2

535

ກອງປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 2 ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V ຈັດຂຶ້ນໃນວັນທີ 6 ກໍລະກົດ 2022 ໂດຍການເປັນປະທານຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ມີຄະນະປະຈຳພັກ, ກຳມະການພັກກະຊວງ, ບັນດາເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໂອກາດດັ່ງກ່າວນີ້, ສະຫາຍ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ແຜນດຳເນີນງານຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V, ຈຶ່ງດໍາເນີນກອງປະຊຸມນີ້ເພື່ອພ້ອມກັນສະຫລຸບຕີລາຄາການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ່ຜ່ານມາ.


ກອງປະຊຸມຄັ້ງນີ້, ໄດ້ຄົ້ນຄວ້າປະກອບຄຳເຫັນຕໍ່ “ຮ່າງບົດສະຫລຸບການນໍາພາຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ປະຈຳ 6 ເດືອນຕົ້ນປີ 2022 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ແລະ ຮ່າງແຜນດຳເນີນງານຂອງຄະນະພັກກະຊວງ ສະໄໝທີ V”.