ເລັ່ງປັບປຸງຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອໃຫ້ເງິນຕາເຂົ້າສູ່ລະບົບ

252

ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 28 ມິຖຸນາ 2022, ກອງປະຊຸມໄດ້ຮັບຟັງການລາຍງານຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຈາກທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອຈະນຳມາຄົ້ນຄວ້າປັບປຸງບາງເນື້ອໃນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ລາຍງານບາງຕອນວ່າ: ກົດໝາຍສະບັບນີ້ ມີທັງໝົດ 9 ພາກ, 8 ໝວດ ແລະ 62 ມາດຕາ, ເຊິ່ງຄວາມຈໍາເປັນ ແລະ ສາເຫດໃນການປັບປຸງກົດໝາຍສະບັບນີ້ແມ່ນ ເພື່ອເຮັດໃຫ້ການເຄື່ອນໄຫວດ້ານເງິນຕາຕ່າງປະເທດຢູ່ ສປປ ລາວ ໄດ້ຮັບການຄຸ້ມຄອງສອດຄ່ອງກັບເງື່ອນໄຂເສດຖະກິດ ຢ່າງເປັນລະບົບຫຼາຍຂຶ້ນ, ເຊິ່ງເຫັນວ່າກົດໝາຍສະບັບປັດຈຸບັນ ຍັງບໍ່ທັນສາມາດເຮັດໜ້າທີ່ໃນການສ້າງຄວາມເຂັ້ມແຂງໃຫ້ການຊໍາລະກັບຕ່າງປະເທດ, ຖານະຄັງສໍາຮອງເງິນຕາຕ່າງປະເທດ ແລະ ການດໍາເນີນນະໂຍບາຍອັດຕາແລກປ່ຽນ ກໍຄືການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ບັນລຸໄດ້ດັ່ງຄາດໝາຍທີ່ໄດ້ວາງໄວ້.

ເຊິ່ງສາເຫດຕົ້ນຕໍແມ່ນຍ້ອນ: ເນື້ອໃນຂອງກົດໝາຍສະບັບປັດຈຸບັນ ບໍ່ທັນຮັດກຸມໂດຍສະເພາະການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການ, ສູນກາງທ້ອງຖິ່ນ ໃນການຄຸ້ມຄອງເງິນຕາຕ່າງປະເທດ, ການກຳນົດມາດຕະການທາງດ້ານບໍລິຫານ ບໍ່ທັນຮັດກຸມຄົບຖ້ວນ ເມື່ອສົມທຽບກັບກົດໝາຍຫຼັກ; ຄວາມອາດສາມາດໃນການຄຸ້ມຄອງຕົວຈິງຂອງທະນາຄານແຫ່ງ ສປປ ລາວ ຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບທີ່ເກີດຂຶ້ນຕົວຈິງໃນສັງຄົມ; ເຄື່ອງມື ແລະ ກົນໄກໃນການຄຸ້ມຄອງ, ຕິດຕາມກະແສເງິນໄຫຼເຂົ້າ-ອອກທີ່ເປັນເງິນຕາຕ່າງປະເທດ ຍັງຈໍາກັດ, ບໍ່ຊັດເຈນ, ບໍ່ທົ່ວເຖິງ ແລະ ບໍ່ທັນສະພາບ; ກົນໄກປະສານແລກປ່ຽນຂໍ້ມູນກັບຂະແໜງການກ່ຽວຂ້ອງ ບໍ່ທັນເປັນລະບົບຄົບຖ້ວນ ຈິ່ງຕ້ອງໄດ້ປັບປຸງຕື່ມເພື່ອໃຫ້ມີເນື້ອໃນຄວາມໝາຍສອດຄ່ອງຕາມສະພາບຄວາມເປັນຈີງໃນປະຈຸບັນ.

ຄາດວ່າ ພາຍຫຼັງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ຈະມີຜົນດີ ດັ່ງນີ້: ການຄຸ້ມຄອງກະແສເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນ ສູງຂຶ້ນ ເປັນຕົ້ນ ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກ, ລາຍຮັບລະຫວ່າງປະເທດ, ລາຍຮັບຈາກການລົງທຶນຕ່າງປະເທດ ຜ່ານລະບົບທະນາຄານ ໄດ້ຫຼາຍຂຶ້ນ; ເຮັດໃຫ້ມີເງິນໂອນເຂົ້າຜ່ານລະບົບທະນາຄານໃນລະດັບສະເລ່ຍ 50% ຂຶ້ນໄປຂອງມູນຄ່າການສົ່ງອອກທັງໝົດ; ເປັນເງື່ອນໄຂອໍານວຍໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດໄດ້ເພີ່ມຂຶ້ນ; ຊ່ວຍໃຫ້ເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ; ການຄຸ້ມຄອງການກູ້ຢືມຈາກຕ່າງປະເທດ ຂອງລັດຖະບານ, ສະຖາບັນການເງິນ ແລະ ເອກະຊົນອື່ນໆ ເປັນລະບົບຫຼາຍຂຶ້ນ.

ຫຼຸດຜ່ອນແຮງກົດດັນຕໍ່ພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດໃນອະນາຄົດ ເຮັດໃຫ້ປະເທດເຮົາສາມາດມີເງື່ອນໄຂໃນການນໍາໃຊ້ແຫຼ່ງທຶນເງິນຕາຕ່າງປະເທດເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ໃນດ້ານອື່ນໆ ຫຼາຍຂຶ້ນ; ການນໍາໃຊ້ເງິນຕາຕ່າງປະເທດແບບຊະຊາຍ, ການແລກປ່ຽນເງິນຕາ, ການເຄື່ອນໄຫວທຸລະກິດຕິດພັນກັບເງິນຕາຕ່າງປະເທດ ທີ່ບໍ່ຖືກກົດໝາຍ ຈະຫຼຸດຜ່ອນລົງ ແລະ ມີກະແສເງິນຕາຕ່າງປະເທດຈໍລະຈອນເຂົ້າ ແລະ ໝູນວຽນໃນລະບົບທະນາຄານນັບມື້ນັບຫຼາຍຂຶ້ນ.

ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຖານະການຊໍາລະກັບຕ່າງປະເທດ, ເພີ່ມລະດັບຄັງສໍາຮອງເງິນຕາຕ່າງປະເທດ; ສ້າງຄວາມເຊື່ອໝັ້ນຕໍ່ຄ່າເງິນກີບ, ຫຼຸດຜ່ອນຄວາມຕ້ອງການຖືຄອງ ແລະ ຊົມໃຊ້ ເງິນຕາຕ່າງປະເທດ ຂອງສັງຄົມ ໃຫ້ນັບມື້ນັບຢູ່ໃນລະດັບທີ່ໜ້ອຍລົງ; ຊ່ວຍຍົກສູງປະສິດທິຜົນຂອງການດໍາເນີນນະໂຍບາຍຂອງທະນາຄານແຫ່ງ ສປປ ລາວ ກໍຄືຮັບປະກັນໄດ້ສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໝັ້ນທ່ຽງ ແລະ ຍືນຍົງ.