4 ຄຸນປະໂຫຍດຂອງນໍ້າໝ່າເຂົ້າ ຮູ້ແລ້ວຈະບໍ່ກ້າຖອກຖິ້ມ

205

ເວລາເຮົາຈະຫຸງເຂົ້າຈ້າວ ຫຼື ໝ່າເຂົ້າໜ້ຽວ ເຮົາຕ້ອງໄດ້ລ້າງເຂົ້າໃຫ້ສະອາດກ່ອນ ແຕ່ຮູ້ບໍ່ວ່າ ນໍ້າໝ່າເຂົ້າ ຫລື ນ້ຳລ້າງເຂົ້າທີ່ທ່ານຖອກຖິ້ມນັ້ນມີປະໂຫຍດຫຼາຍສິ່ງຫຼາຍຢ່າງ ມື້ນີ້ຈະນໍາເອົາເຄັດລັບປະໂຫຍດດີໆຈາກນໍ້າໝ່າເຂົ້າ ມີຫຍັງແດ່ ເບິ່ງນຳກັນເລີຍ
4 ຄຸນປະໂຫຍດຂອງນໍ້າໝ່າເຂົ້າ ຫຼື ນໍ້າໝວກ

1 ດີຕໍ່ຜ້າສີຂາວ ຊ່ວຍໃຫ້ຜ້າສີຂາວທີ່ເກົ່າໝອງ ກັບມາຂາວໃໝ່ອີກຄັ້ງ ພຽງແຕ່ແຊ່ຜ້າສີຂາວທີ່ເຮົາຈະຊັກ ລົງໃນນໍ້າໝ່າເຂົ້າ ປະມານ 3 ມື້ ໂດຍປ່ຽນນໍ້າໃໝ່ 2 ຄັ້ງ/ມື້ ເພື່ອບໍ່ໃຫ້ນໍ້າໝ່າເຂົ້າບູດ ຫຼັງຈາກນັ້ນກໍ່ເອົາມາຊັກຕາມປົກກະຕີ
2 ດີຕໍ່ເຄື່ອງຄົວ ເຮືອນໃດທີ່ມີບັນຫາເລື່ອງຄາບມັນ ຫຼື ກິ່ນຄາວ ຕິດຢູ່ຕາມ ຖ້ວຍ ຈານ ຊາມ ໝໍ້ ຫຼື ພາສະນະອຶ່ນໆ ກໍ່ສາມາດໃຊ້ນໍ້າໝ່າເຂົ້າລ້າງໄດ້ ເພາະມັນຈະຊ່ວຍກຳຈັດຄາບເຫຼົ່ານັ້ນໄດ້

3 ດີຕໍ່ແວ່ນ ສຳລັບໃຜທີ່ຢາກໃຫ້ແວ່ນພາຍໃນເຮືອນສະອາດ ໃສ, ລອງໃຊ້ນໍ້າໝ່າເຂົ້າລ້າງ ແລ້ວໃຊ້ໜັງສືພີມເຊັດອອກ ພຽງເທົ່ານີ້ແວ່ນກໍ່ຈະສະອາດ ໃສ ແລ້ວ
4 ດີຕໍ່ຜັກສວນຄົວ ສຳລັບໃຜທີ່ປູກຜັກສວນຄົວ ຫຼື ປູກຕົ້ນໄມ້ໃນເຮືອນ ແນະນຳໃຫ້ຫົດດ້ວຍນໍ້າໝ່າເຂົ້າ ຂິເຮັດໃຫ້ຕົ້ນໄມ້ແຂງແຮງ ຂຽວງາມດີ

ໃນເມື່ອຮູ້ປະໂຫຍດດີໆຈາກນ້ໍາໝ່າເຂົ້າແບບນີ້ແລ້ວ ຕໍ່ໄປທ່ານຍັງຈະຖິ້ມມັນຢູ່ບໍ່

ຂໍຂອບໃຈຂໍ້ມູນຈາກ: rakbankerd, gotoknow, Mitchai Khamngok, vegetweb,