ລັດຖະບານຍີ່ປຸ່ນຊ່ວຍເຫລືອ ພາຫະນະ ແລະ ເຄື່ອງອາໄຫລ່ ໃຫ້ກະຊວງ ປກສ

98

ເມື່ອບໍ່ດົນມານີ້, ໄດ້ພິທີມອບ-ຮັບການຊ່ວຍເຫລືອພາຫະນະ ແລະ ເຄື່ອງອາໄຫລ່ ຊຸດທີ III ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ ແລະ ສັງ ຄົມ (ຂະແໜງປ້ອງກັນຄວາມສະຫງົບ) ມູນຄ່າ ຈຳນວນ 200 ລ້ານເຢັນ, ຕາງໜ້າມອບໂດຍ ທ່ານ ໂກບາຢາຊິ ເຄັນອີຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ພົອ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.


ທ່ານ ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ໄດ້ໃຫ້ຮູ້ວ່າ: ໂຄງການຊ່ວຍເຫລືອຄັ້ງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ ໂດຍອີງໃສ່ລະບຽບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ, ອົງການຈັດຕັ້ງປະຕິບັດການຊ່ວຍເຫລືອຂອງຍີ່ປຸ່ນ(JICS) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິ ບັດໂຄງການດັ່ງກ່າວ ໂດຍໄດ້ແບ່ງການຈັດຊື້ອອກເປັນ 3 ງວດຄື: ງວດທີ 1 ມີລົດກະບະ ຈຳນວນ 30 ຄັນ ໂດຍແມ່ນບໍລິສັດ ນິສັນ ຊະນະການປະມູນ; ງວດທີ 2 ແມ່ນອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ງວດທີ 3 ແມ່ນພາຫະນະປະເພດລົດຈິບຮັບໃຊ້ວິຊາສະເພາະຈຳນວນ 16 ຄັນ. ປັດຈຸບັນການຈັດຊື້ຮອບ 3 ສໍາເລັດແລ້ວ ແລະ ບໍລິສັດທີ່ຊະນະການປະມູນແມ່ນ ບໍລິສັດ ອີຊຸຊຸ ປະເທດໄທ, ການຈັດຊື້ຮອບ ທີ III ເຊິ່ງປະກອບມີ: ລົດຈິບອີຊຸຊຸ ມູເອັກ ຈຳນວນ 16 ຄັນ ແລະ ເຄື່ອງອາໄຫລ່ ຈໍານວນ 22 ລາຍການ.

ພາບປະກອບຈາກຊຸດຜ່ານມາ

ໂອກາດນນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ກ່າວວ່າ: ລາວ ແລະ ຍີ່ປຸ່ນ ໄດ້ມີສາຍພົວພັນ ແລະ ການຮ່ວມມືອັນດີ, ມີມູນເຊື້ອມາແຕ່ດົນນານ, ມີສາຍພົວພັນການທູດນຳກັນມາຫລາຍກ່ວາ 65 ປີ, ການນຳຂັ້ນສູງ ຂອງສອງລັດຖະບານ ໄດ້ມີການແລກປ່ຽນ, ການຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳ, ໄລຍະຜ່ານມາ ຍີ່ປຸ່ນໄດ້ຊ່ວຍເຫລືອ ສປປ ລາວ ຫລາຍດ້ານ ເປັນຕົ້ນ ໂຄງການຊ່ວຍເຫລືອດ້ານເຕັກນິກ-ວິຊາການ, ຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ໂຄງການຊ່ວຍເຫລືອຂັ້ນພື້ນຖານ, ໂຄງການຊ່ວຍເຫລືອຜ່ານອົງການຈັດຕັ້ງສາກົນ, ໂຄງການກໍ່ສ້າງດ້ວຍທຶນຊ່ວຍເຫລືອລ້າ ແລະ ທຶນກູ້ຢືມດອກເບ້ຍຜ່ອນຜັນໃຫ້ແກ່ ສປປ ລາວ ເປັນຈຳນວນຫລາຍທັງຢູ່ສູນກາງ ແລະ ທ້ອງຖິ່ນ. ພ້ອມນັ້ນ, ຍີ່ປຸ່ນ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານຕື່ມອີກ ໂດຍສະ ເພາະແມ່ນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2024.

ສຳລັບການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ກໍໄດ້ຮັບການພັດທະນາດີຂຶ້ນ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍາກຳ ແລະ ການກໍ່ການຮ້າຍຜ່ານກົນໄກອາຊຽນ; ໃຫ້ການຝຶກອົບຮົມເພື່ອສ້າງຄວາມເຂັ້ງແຂງ ແລະ ຄວາມອາດສາມາດໃຫ້ກຳລັງ ປກສ ລາວ ທັງພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫລືອຂະຫຍາຍລະບົບສື່ສານຂອງອົງການຕຳຫລວດສາກົນ ໄປສູ່ດ່ານສາກົນຈຳນວນໜຶ່ງຂອງ ສປປ ລາວ ແລະ ທາງດ້ານວັດຖຸອຸປະກອນອື່ນໆ ທີ່ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເພື່ອໃຫ້ທຽບເທົ່າກັບສາກົນ ໃນນັ້ນ, ພິເສດແມ່ນການຊ່ວຍເຫລືອທີ່ເປັນມູນຄ່າ 200 ລ້ານເຢັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງການຊ່ວຍເຫລືອດັ່ງກ່າວ ໄດ້ນຳໄປຈັດຊື້ພາ ຫະນະ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ມື້ນີ້ກໍໄດ້ຮັບການຊ່ວຍເຫລືອພາຫະນະຈຳ ນວນ 16 ຄັນ ພ້ອມດ້ວຍເຄື່ອງອາໄຫລ່ 22 ລາຍການ ທີ່ເປັນການຊ່ວຍເຫລືອງວດສຸດທ້າຍຂອງໂຄງການ 200 ລ້ານເຢັນ ທີ່ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອແກ່ກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງ ປກສ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍ ເຫລືອຂອງຍີ່ປຸ່ນຕໍ່ກັບ ສປປ ລາວ ກໍຄື ຕໍ່ກະຊວງປ້ອງກັນຄວາມສະຫງົບ ແລະ ເຊື່ອໝັ້ນວ່າການຊ່ວຍເຫລືອໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນຂົງເຂດປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນໃນຕໍ່ໜ້າ.
ຂໍ້ມູນ: ໜັງສືພິມ ປກສ