ບ້ານດອນຊີງຊູ້ ຫຼາຍຄົນຍັງບໍ່ເຄີຍໄປ ປັດຈຸບັນຈະຖືກສ້າງເປັນ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແຫ່ງໃຫມ່

355

ວັດວັດນາກ ໄຊຍະຣາມ ຂອງ ດອນຊິງຊູ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປັນດອນໃນກາງນ້ຳຂອງ ເຊິ່ງກົງກັນຂ້າມກັບບ້ານສີໄຄ , ເກົ້າລ້ຽວ, ໜອງດາ ປັດຈຸບັນນີ້ພາຍໃນດອນຊິງຊູ້ ມີວັດແຫ່ງດຽວ ( ຄືວັດນາກ ໄຊຍະຣາມ ) ເປັນວັດທີ່ເກົ່າແກ່ ເພາະມີພຣະພຸດທະຮູບຫິນໃນຍຸກຂອງຊາຍຟອງ ວັດແຫ່ງນີ້ມີສິມຫນຶ່ງຫລັງ ເປັນສິມໃຫມ່ ຫາກໍ່ສ້າງເມື່ອປີ ພສ 2544 ນີ້ເອງ ເມືອກ່ອນກໍ່ມີສິມເກົ່າ ປະຈຸບັນເພິ່ນອະນຸລັກໄວ້ໃຫ້ເຫັນແຕ່ເສົາ 1 ຕົ້ນຂ້າງສິມໃຫມ່ ແລະວັດກໍ່ມີການກໍ່ສ້າງສາລາໃຫມ່ 1 ຫລັງ ທຸກໆວັນສີນຜູ້ຄົນໃນນະຄອນຫລວງວຽງຈັນຈະຂ້າມເຮືອມາວັດແຫ່ງນີ້ບໍ່ຕ່ຳກວ່າ 200-300 ຄົນ

.


ວັດແຫ່ງນີ້ມີພຣະພຸທທະຮູບເກົ່າແກ່ ທີ່ເຮັດດ້ວຍຫິນ ຄາດວ່າສ້າງມາແຕ່ຍຸກຊາຍຟອງ ພ້ອມດຽວກັບພຣະພຸທທະຮູບທີ່ຢູ່ວັດອິນແປງ (ພຣະພຸທທະຮູບຫິນ 2 ອົງ) ເມື່ອປະມານ 20-30 ປີກ່ອນ ບໍລິເວນວັດດັ່ງກ່າວຍັງຄົ້ນພົບ ພຣະພຸທທະຮູບ ຄຳ , ເງິນ, ນາກ ແລະພຣະພຸທທະຮູບຫິນ ຈຳນວນໜຶ່ງຢູ່ຂ້າງສິມຂອງວັດແຫ່ງນີ້ ແລະທາງການເພິ່ນໄດ້ນຳໄປເກັບໄວ້ ທີ່ຫໍພິພິທະພັນຫໍພຣະແກ້ວ ນະຄອນຫຼວງວຽງຈັນ.

.


ຫຼ້າສຸດ ອີງຕາມທິດຊີ້ນໍາຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ແລະ ແຜນວຽກຂອງ ຂະແຫນງວັດທະນະທໍາ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ເພື່ອເຮັດໃຫ້ວຽກງານການສ້າງຄອບຄົວ ແລະ ບ້ານ ວັດທະນະທໍາ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ ວັນທີ 19 ພຶດສະພາ 2022 ພະແນກ ຖວທ ນວ ຮ່ວມກັບກົມວັດທະນະທໍາ ມະຫາຊົນ ກະຊວງ ຖວທ ແລະ ຫ້ອງການ ຖວທ ເມືອງສີໂຄດຕະບອງ ນວ ລົງຊຸກຍູ້ຄວາມພ້ອມໃນການສ້າງ ບ້ານດອນຊິງຊູ້ ເມືອງສີໂຄດຕະບອງ ໃຫ້ເປັນບ້ານວັດທະທໍາໃຫມ່ໃນຕໍ່ຫນ້າ ນໍາໂດຍທ່ານ ຄໍາຄູນ ໃບລາຕຣີ ຮອງຫົວຫນ້າພະແນກ ຖວທ ນວ ແລະ ທ່ານ ນາງ ມະນີວັນ ລິດສົມພານ ຮອງຫົວຫນ້າກົມວັດທະນະທໍາ ກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ທ່ານ ພັນທະນາສອນ ພິນພັກດີ ຮອງຫົວຫນ້າກົມວັດທະນະທໍາມະຫາຊົນ ກະຊວງ ຖວທ ມີຫົວຫນ້າຫ້ອງການ ຂະແຫນງການ ອໍານາດການ ປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ການລົງຊຸກຍູ້ຄັ້ງນີ້ ທ່ານ ສຸນັ້ນ ເຮືອງປະເສີດ ນາຍບ້ານດອນຊິງຊູ້ ລາຍງານສະພາບລວວມຂອງບ້ານ ຈາກນັ້ນ ທາງຄະນະໄດ້ຮ່ວມກັນ ປຶກສາຫາລືການສ້າງແຜນ ພ້ອມທັງເກັບກໍາຂໍ້ມູນຕາມມາດຖານການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ເພື່ອສ້າງບ້ານດອນຊິງຊູ້ໃຫ້ ກາຍເປັນບ້ານວັດທະນະທໍາໃນຕໍ່ຫນ້າ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ເນື່ອງຈາກວ່າບ້ານນີ້ໄດ້ມີມູນເຊື້ອ ແລະ ທ່າແຮງ ທາງດ້ານການຜະລິດກະສິກໍາ ຕິດພັນກັບການປົກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນບ້ານທີ່ຮັກສາ ໄດ້ຄວາມສະຫງົບປອດໄພ

.

ສະແດງອອກຈາກການໄດ້ຮັບນາມມະຍົດເປັນບ້ານປອດຄະດີ ເຊິ່ງການຈັດຕັ້ງປະຕິບັດສ້າງຄອບຄົວ ແລະ ບ້ານວັດທະນະທໍາພາຍໃນບ້ານໃນໄລຍະຜ່ານມາ ທາງເມືອງສີໂຄດຕະບອງ ແລະ ຂະແຫນງການກ່ຽວຂ້ອງກໍໄດ້ມີການລົງຕິດຕາມຊຸກຍູ້ ຢ່າງເປັນປະຈໍາ ໂດຍໄດ້ລົງຕິດຕັ້ງໂທລະໂຄ່ງປະຈໍາບ້ານ ແລະ ອຸປະກອນຄອມພິວເຕີ ພ້ອມເຄື່ອງອໍານວຍຄວາມສະດວກຕ່າງໆ ມອບໃຫ້ບ້ານ ເພື່ອເປັນການຊຸກຍູ້ສົ່ງເສີມໃນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແຕ່ກໍຍັງມີຂໍ້ຫຍຸ້ງຍາກທາງດ້ານງົບ ປະມານໃນການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດຕົວຈິງ ແຕ່ແນວໃດກໍຕາມ ເພື່ອໃຫ້ບ້ານໄດ້ປະກາດເປັນບ້ານວັດທະນະທໍາ ໃນຕໍ່ຫນ້າ ທັງພາກສ່ວນກ່ຽວຂ້ອງຍັງຈະໄດ້ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ມີຜົນສໍາເລັດໂດຍໄວ.

ທີ່ມາ: ວຽງຈັນໃຫມ່