ທົ່ວປະເທດມີໂຮງງານຕັດຫຍິບ 77 ແຫ່ງນໍາໃຊ້ແຮງງານ 25 ພັນຄົນ, ຄາດຄະເນປີ 2022 ການສົ່ງອອກຈະເພີ່ມຂຶ້ນ 20% ຈາກປີຜ່ານມາ

260

ທົ່ວປະເທດມີໂຮງງານອຸດສາຫະກຳທັງໝົດ 27.997 ແຫ່ງ, ມີແຮງງານທັງໝົດ 161.584 ຄົນ, ໃນນັ້ນ ສະເພາະ ໂຮງງານຕັດຫຍິບ ມີ 77 ແຫ່ງ ແຮງງານທັງໝົດ 25 ພັນຄົນ.


ທ່ານ ພິມມະສອນ ອະມິນທະລາດ ຮອງປະທານສະມາຄົມອຸດສາຫະກຳຕັດຫຍິບລາວກ່າວວ່າ: ອຸດສາຫະກຳຕັດຫຍິບທົ່ວໂລກ ໃນໄລຍະ2ປີຜ່ານມາ ຍ້ອນການລະບາດໂຄວິດ-19 ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ອຸດສາຫະກຳຕັດຫຍິບ ເນື່ອງຈາກຕ້ອງໄດ້ປິດກິດຈະການ ຖ້າມີການແຜ່ລະບາດໃນໂຮງງານ ມີການປິດໂຮງງານ ເຮັດໃຫ້ການຜະລິດບໍ່ຕໍ່ເນື້ອງ ເຮັດໃຫ້ ຜົນຜະລິດສົ່ງອອກລ້າຊ້າ ບໍ່ທັນກັບຄວາມຕ້ອງການຂອງລູກຄ້າ, ຫຼັງຈາກ 2ປີຜ່ານມາ ມາຮອດປັດຈຸບັນ ສະພາບການເລີ່ມດີຂຶ້ນການຜະລິດສົ່ງອອກກໍເພີ່ມຂຶ້ນ ແຮງງານກໍ່ກັບມາເຮັດວຽກຕາມປົກະຕິ.


ມາຮອດປັດຈຸບັນ ສະຕິຖິໂຮງງານຕັດຫຍິບທີ່ເປີດທໍາການຜະລິດມີ 77 ແຫ່ງ, ໂຮງງານຜະລິດສົ່ງອອກ 50 ແຫ່ງ ແລະ 27 ໂຮງງານແມ່ນການຜະລິດພາຍໃນ ເຊິ່ງແຮງງານທີ່ຮັບໃຊ້ມີທັງໝົດ 25 ພັນຄົນ ເຊິ່ງເປັນແຮງງານເພດຍິງກວມ 90%. ການຜະລິດສົ່ງອອກໃນປີ 2021 ຖືວ່າຫຼຸດລົງ ປະມານ 1,35% ຄິດເປັນມູນຄ່າ 189.777.000 ໂດລາສະຫະລັດ, ການສົ່ງອອກປີ 2020 ຢູ່ທີ່ 192.354.000 ໂດລາ. ຄາດຄະເນປີ 2022 ຈະມີມູນຄ່າເພີ່ມຂຶ້ນ ສະເລ່ຍ 20% ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ. ສ່ວນໂຮງງານອຸດສາຫະກຳຕັດຫຍິບໃນປີ 2022 ຄາດວ່າຈະມີການເພີ່ມຂຶ້ນ 3-5 ໂຮງງານ ເປັນໂຮງງານ ຂະໜາດໃຫຍ່ກຽມຜະລິດສົ່ງອອກຄາດນໍາໃຊ້ແຮງງານ 500-1.000 ຄົນ.


ທ່ານກ່າວວ່າ ປັດຈຸບັນສິນຄ້າຂະແໜງອຸດສາຫະກຳຕັດຫຍິບ ນໍາເຂົ້າ – ສົ່ງອອກມາທາງເຮືອ ກວມ 80%, ສ່ວນສິນຄ້າທີ່ສົ່ງທາງລົດໄຟລາວຈີນ ກວມ 20%.


ທ່ານກ່າວວ່າ ສໍາລັບອຸດສາຫະກຳຕັດຫຍິບ ເປັນອຸດສາຫະກຳທີ່ໃຊ້ແຮງງານເປັນຫຼັກ ແຮງງານຖືວ່າມີຄວາມສໍາຄັນຫຼາຍຕໍ່ການຜະລິດ ໃນໄລຍະຜ່ານມາຜູ້ອອກແຮງງານແມ່ນໄດ້ພັດທະນາສີມືຕົນເອງຂຶ້ນໄປເລື້ອຍໆ ຈາກທີ່ຜູ້ບໍຊໍານານ ກາຍເປັນຜູ້ຊໍານານ ແລະ ເຮັດວຽກໄດ້ຫຼາຍຕໍາແໜ່ງງານ ຈົນກາຍເປັນຫົວໜ້າແຖວ, ຫົວໜ້າລາຍ ກາຍເປັນຜູ້ຄຸມການຜະລິດພາຍໃນໂຮງງານໄດ້
ປັດຈຸບັນເງິນເດືອນຂັ້ນຕໍ່າສະເລ່ຍ ທີ່ພາກລັດໃຊ້ 1,1 ລ້ານກີບ ນອກນັ້ນຍັງມີເງິນ ຕ່າງໆເອີ້ນວ່າເງິນຜະລິດ ເຊິ່ງລາຍໄດ້ພະນັກງານຕັດຫຍິບຈະຢູ່ທີ່ 1,5-5 ລ້ານກີບຕໍ່ເດືອນ. ຜູ້ທີ່ໄດ້ເງິນເດືອນ 3 ລ້ານຂຶ້ນໄປ ແມ່ນເຮັດວຽກບໍ່ຕໍ່າກວ່າ 5ປີ ມີຄວາມຊໍານິຊໍານານສູງ ບໍ່ເຄີຍຍ້າຍໂຮງງານໄປບ່ອນອື່ນ, ສ່ວນຜູ້ທີ່ໄດ້ເງິນເດືອນ 5 ລ້ານຂຶ້ນໄປແມ່ນລະດັບຫົວໜ້າ ຄຸມງານໃນໂຮງງານນັ້ນໆ.