ສຕລ ວາງເປົ້າໃຫ້ ທີມຊາດລາວ ຍິງ-ຊາຍ ເຂົ້າຮອບໃນຊີເກມ ພ້ອມອັດສີດນັດລະ 100 ລ້ານກີບ

206

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ວາງເປົ້າໝາຍໃຫ້ກັບ ທີມຊາດລາວ ທັງທີມຊາຍ ແລະ ທີມຍິງຕ້ອງສູ້ຊົນໃຫ້ໄດ້ເຂົ້າຮອບ 4 ທີມສຸດທ້າຍ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ລະຫວ່າງວັນທີ 12-23 ພຶດສະພາ 2022 ພ້ອມທັງຈະອັດສີດໃຫ້ນັດລະ 100 ລ້ານກີບນັດທີ່ຊະນະໄດ້.

ພິທີຖະແຫຼງຂ່າວລາຍງານຄວາມພ້ອມຂອງ ທີມຊາດລາວ ທັງທີມຍິງ ແລະ ທີມຊາຍ ຈັດຂຶ້ນໃນຕອນແລງວັນທີ 2 ພຶດສະພາ 2022 ທີ່ໂຮງແຮມລາວພລາຊາ ໃຫ້ກຽດໂອລົມໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກຂອງ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ຄະນະນໍາ, ຄະນະຄູຝຶກ ແລະ ນັກກີລາ ທີມຊາດຊາຍ ແລະ ທີມຊາດຍິງ ຕະຫຼອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ລາຍງານວ່າ: ສໍາລັບການໄປຊີເກມຄັ້ງນີ້ແມ່ນແຕ່ງຕັ້ງ ທ່ານ ປະສາດໄຊ ພິລາພັນເດຊ ເປັນຫົວໜ້າຄະນະທີມຊາດຊາຍ ແລະ ນາງ ພູໄຊ ແພງພົງ ເປັນຫົວໜ້າຄະນະທີມຊາດຍິງ ເຊິ່ງຕາມການຕົກລົງເຫັນດີຂອງຄະນະ ສຕລ ໄດ້ວາງເປົ້າໝາຍໃຫ້ກັບ ທີມຊາຍ ແມ່ນຈະຕ້ອງໃຫ້ໄດ້ແຂ່ງ 6 ນັດ, ສ່ວນ ທີມຍິງຈະຕ້ອງໃຫ້ໄດ້ແຂ່ງ 5 ນັດ ແນ່ນອນເພື່ອໃຫ້ນັກກີລາໄດ້ມີກໍາລັງໃຈສູ້ຈົນສຸດຄວາມສາມາດທາງ ສຕລ ໄດ້ຕັ້ງເງິນລາງວັນອັດສີດແມ່ນຖ້າຊະນະແມ່ນໃຫ້ນັດລະ 100 ລ້ານກີບ ທັງທີມຍິງ ແລະ ທີມຊາຍ (ຄລິບເພີ່ມຕື່ມ)