ບ້ານຫຼັກຂາວຈະມີເສັ້ນທາງເຂົ້າສູ່ເຂດຜະລິດ ແຜນໃຫ້ສຳເລັດພາຍໃນ1 ປີ

59

ທຸກຢ່າງຂອງການພັດທະນາແມ່ນຕ້ອງເລີ່ມຈາກໂຄງລ່າງພື້ນຖານ ແລະ ເຫັນໄດ້ວ່າໃນຊ່ວງນີ້ຈະປະກົດວ່າມີຫຼາຍເຂດ ຫຼາຍຈຸດ ແມ່ນກຳລັງສຸມໃສ່ການສ້າງສາ ສ້ອມແປງຖະໜົນຫົນທາງ ເພາະຖືວ່າເປັນໂຕຂັບເຄື່ອນ ການເຕີບໃຫຍ່ຂະຫຍາຍໂຕຂອງການພັດທະນາຊີວິດການເປັນຢູ່ ແລະ ເປັນສິ່ງທີ່ສຳຄັນຈຳເປັນທີ່ຕ້ອງຈັດໃຫ້ເປັນບຸລິມະສິດອັນໜຶ່ງ.

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ແຍກ 16 E ບ້ານໂກງຕາຢຸນເຂົ້າຫາເຂດການຜະລິດປະຊາຊົນບ້ານຫຼັກຂາວ ເມືອງທ່າແຕງ ແຂວງເຊກອງ ເຊັນສັນຍາກໍ່ສ້າງໃນວັນທີ 20 ເມສາ 2022ນີ້,ຢູ່ທີ່ຫ້ອງການແຜນການ ແລະ ການລົງທຶນເມືອງ ລະຫວ່າງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ເຈົ້າຂອງໂຄງການ ແລະ ບໍສັດຮັບຜູ້ຮັບເໝົາກໍ່ສ້າງ ໂດຍມີທ່ານ ແສງສຸບັນໄຊສະຫວັນ ຮອງເຈົ້າເມືອງທ່າແຕງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເພັດສະໝອນ ຈັນທະວິໄຊ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ທ່າແຕງ ກ່າວວ່າ: ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ແຍກ16E ບ້ານໂກງຕາຢຸນ ເຂົ້າ ຫາ ເຂດການຜະລິດຂອງປະຊາຊົນບ້ານຫຼັກຂາວ ຈະເລີ່ມລົງມືກໍ່ສ້າງພາຍຫຼັງເຊັນສັນຍາ ແລ້ວ7ວັນ ເສັ້ນທາງດັ່ງກ່າວມີຄວາມຍາວ 1,7 ກິໂລແມັດ, ກວ້າງ 7 ແມັດໂດຍແມ່ນບໍລິສັດຄູນມີໄຊ ກໍ່ສ້າງສ້ອມແປງຂົວ-ທາງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 4.868.728.760 ກີບ,ເຊິ່ງປະກອບມີວຽກດິນ,ວຽກໂຄງສ້າງໜ້າທາງ , ບ່າທາງ, ວຽກລະບາຍນໍ້າ , ປ້ອງກັນເຈື່ອນ ແລະວຽກອົງປະກອບອື່ນໆ ໂດຍຈະກໍ່ສ້າງໃຫ້ສໍາເລັດໃນເດືອນ ເມສາ 2023


ຂ່າວ: ຂ່າວເຊກອງ