ຊາວບ້ານ ດົງກຶມ ເກັບເງິນກັນສ້າງທາງເບຕົງໃຊ້ເອງ

169

ຍິ່ງກ້າວເຂົ້າສູ່ລະດູຝົນ ເສັ້ນທາງຕ້ອງມາກ່ອນ ເພາະຖືວ່າເປັນໂຄງລ່າງພື້ນຖານທີ່ສຳຄັນ ເຖິງຈະເປັນຂັ້ນບ້ານ ແຕ່ເປັນສິ່ງທີ່ໃຊ້ທຸກມື້ຕ້ອງໃຫ້ດີໄວ້ກ່ອນ, ທັງໄວ້ຕ້ອນຮັບແຂກຕ່າງບ້ານຕ່າງເມືອງມາເຫັນກໍ່ຕ້ອງກ່າວຄຳຊົມເຊີຍ ເພາະມັນຈະບົ່ງບອກເຖິງຄວາມສາມັກຄີຂອງຄົນພາຍໃນບ້ານນັ້ນໆ ທຶນບໍ່ຫຼາຍ ກໍ່ຄ່ອຍເຮັດຄ່ອຍສ້າງ ດີກວ່າປະລະໃຫ້ເພພັງລໍຖ້າເອື່ອຍອີງງົບປະມານ.

ໃນວັນທີ 19 ເມສາ 2022ນີ້ ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງອາດສະພັງທອງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທີ່ ບ້ານ ດົງກຶມ ທີ່ຂຶ້ນກັບເມືອງອາດສະພັງທອງໃນການລົງຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຢູ່ທີ່ບ້ານ ດົງກຶມ ໃນຄັ້ງນີ້ ທ່ານ ອຸໄພວັນໄຊຍະວົງ ກໍ່ໄດ້ປະກອບເງິນເພື່ອຊ່ວຍເຫຼືອໃນການກໍ່ສ້າງນຳອຳນາດການປົກຄອງ ບ້ານ ດົງກຶມ ເປັນຈຳນວນເງິນ 2.400.000 ກີບ ແລະ ທ່ານ ສຸລິພົນ ເຄນສີສະນະ ຮອງເຈົ້າເມືອງອາດສະພັງທອງກໍ່ໄດ້ປະກອບສ່ວນໃນນາມສ່ວນຕົວເປັນຈຳນວນເງິນ 400.000 ກີບ.

ເສັ້ນທາງເບຕົງເສີມເຫຼັກ ບ້ານ ດົງກຶມ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 10 ເມສາ 2022 ເປັນຕົ້ນມາ,ເຊີ່ງເລີ່ມກໍ່ສ້າງແຕ່ວັດພະທາດຍາຄູຂີ້ຫອມ ຫາ ວັດເໜືອ ບ້ານ ດົງກຶມ,ມີຄວາມກວ້າງ 5 ແມັດ, ຄວາມໜາຂອງທາງແມ່ນ 15 ຊັງຕີແມັດ. ມາຮອດປະຈຸບັນແມ່ນໄດ້ສຳເລັດໄປແລ້ວ 22 ແມັດ,ສ່ວນທຶນກໍ່ສ້າງແມ່ນເປັນທຶນຂອງບ້ານຈໍານວນ 11.150.000 ກີບ ແລະ ນິຕິບຸກຄົນປະກອບ 2.400.000 ກີບ,ນິຕິບຸກຄົນປະກອບຊີມັງ 105 ສອບ ປະຈຸບັນລວມທຶນທີ່ໄດ້ຮັບທັງໝົດແມ່ນ 37.790.000 ກີບ.

ແຜນໃນຕໍ່ໜ້າແມ່ນຈະໄດ້ກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ສໍາເລັດ 100% ຕາມແຜນການທີ່ວາງໄວ້ ໃຫ້ໄວເທົ່າທີ່ຈະເຮັດໄດ້. ເພື່ອເປັນການຍົກສູງໃນການດຳດົງຊີວິດຂອງປະຊາຊົນພາຍໃນບ້ານໃຫ້ມີເສັ້ນທາງໄປມາຫາສູ່, ທຳມາຫາກິນດ້ວຍຄວາມສະດວກສະບາຍ, ໃຫ້ມີຊີວິດທີ່ດີຂຶ້ນ ໂດຍສະເພາະຍິ່ງກ້າວເຂົ້າສູ່ລະດູຝົນ ເສັ້ນທາງສັນຈອນຖືເປັນໂຄງລ່າງທີ່ສຳຄັນ ແລະ ຍັງເປັນໂຕຊີ້ວັດຄວາມສາມັກຄີຂອງຄົນໃນບ້ານ ຜ່ານສິ່ງພື້ນຖານທີ່ເປັນການນຳໃຊ້ໃນທຸກຄົນ ກໍ່ຄືເສັ້ນທາງ.