ສ່ອງ 7 ນັດສຸດທ້າຍຂອງ ແມນຊິຕີ້ ກັບ ລິເວີພູລ ໃນການຕັດສິນແຊັມ ລິເວີພູລ ເມື່ອຍກວ່າແນ່ນອນ

114

ດັ່ງທີ່ຮູ້ປັດຈຸບັນ ການລຸ້ນແຊັມພຣີເມຍລີກ ອັງກິດ ລະດູການ 2021-2022 ຍັງເຂັ້ມຂຸ້ນສຸດໆ ເພາະຕ່າງກັນພຽງ 1 ຄະແນນເທົ່ານັ້ນ ຖ້າທີມໃດສະດຸດກໍຖືວ່າພາດມະຫັນ ເພາະຍັງເຫຼືອພຽງ 7 ນັດເທົ່ານັ້ນໃຫ້ພິສູດຂອງທັງສອງທີມຢ່າງ ແມນເຊັສເຕີ ຊິຕີ້ ມີ 74 ຄະແນນຢຶດທີມນໍາ, ສ່ວນ ລິເວີພູລ ມີ 73 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນ.

ເຊິ່ງປຽບທຽບອີກ 7 ນັດທີ່ເຫຼືອ ຮູ້ສຶກວ່າ ລິເວີພູລ ຈະເມື່ອຍກວ່າແນ່ນອນ ເພາະຈະມີນັດຮັບມືກັບ ທ໊ອດແນມ ຮ໊ອດສະເປີ ທີ່ເປັນຄູ່ແຂ່ງສໍາຄັນ ລາຍລະອຽດເຮົາໄປເບິ່ງ 7 ນັດສຸດທ້າຍຂອງທັງສອງທີມຄື:
+ຕາຕະລາງແຂ່ງຂັນຂອງ ແມນເຊັສເຕີ ຊິຕີ້ 7 ນັດສຸດທ້າຍປະກອບມີ:
1.ເປີດບ້ານຮັບການມາຢາມຂອງ ໄບຣຕັນ ໃນວັນທີ 20 ເມສາ 2022
2.ເປີດບ້ານຮັບການມາຢາມຂອງ ວັດຟອດ ໃນວັນທີ 23 ເມສາ 2022
3.ບຸກໄປຢາມ ລີດສ໌ ຢູໄນເຕັດ ໃນວັນທີ 30 ເມສາ 2022

4.ເປີດບ້ານຮັບການມາຢາມຂອງ ນິວຄາສເຊິລ ຢູໄນເຕັດ ໃນວັນທີ 7 ພຶດສະພາ 2022
5.ບຸກໄປຢາມ ເວັສແຮມ ຢູໄນເຕັດ ໃນວັນທີ 15 ພຶດສະພາ 2022
6.ເປີດບ້ານຮັບການມາຢາມຂອງ ແອັສຕັນ ວິລລາ ໃນວັນທີ 22 ພຶດສະພາ 2022
7.ບຸກໄປຢາມ ວູຟແຮມຕັນ ຍັງບໍ່ມີກໍານໄດແຂ່ງຂັນ.

+ຕາຕະລາງແຂ່ງຂັນຂອງ ລິເວີພູລ 7 ນັດສຸດທ້າຍປະກອບມີ:
1.ເປີດບ້ານຮັບການມາຢາມຂອງ ແມນເຊັສເຕີ ຢູໄນເຕັດ ໃນວັນທີ 19 ເມສາ 2022 ລິເວີພູລ ຊະນະ 4-0
2.ເປີດບ້ານຮັບການມາຢາມຂອງ ເອັຟເວີຕັນ ໃນວັນທີ 24 ເມສາ 2022
3.ບຸກໄປຢາມ ນິວຄາສເຊິລ ໃນວັນທີ 30 ເມສາ 2022

4.ເປີດບ້ານຮັບການມາຢາມຂອງ ທ໊ອດແນມ ຮ໊ອດສະເປີ ໃນວັນທີ 7 ພຶດສະພາ 2022
5.ບຸກໄປຢາມ ແອັສຕັນ ວິລລາ ໃນວັນທີ 10 ພຶດສະພາ 2022
6.ບຸກໄປຢາມ ເຊົາແຮມຕັນ ໃນວັນທີ 15 ພຶດສະພາ 2022
7.ບຸກໄປຢາມ ວູຟແຮມຕັນ ໃນວັນທີ 22 ພຶດສະພາ 2022