ລາຄາແອັດຊັງລົງ ແຕ່ກາຊວນປັບຂຶ້ນ 310 ກີບຕໍ່ລິດ ເລີ່ມປະຕິບັດ 21 ເມສາ

188

ປີໃໝ່ຜ່ານໄປໃໝ່ໆໝາດ ແຕ່ຊ້ອນທ້າຍເລື່ອງດີໆ ຫຼື ເອີ້ນວ່າຂ່າວທີ່ດີຕ້ອນຮັບປີໃໝ່ລາວ ທີ່ຫຼ້າສຸດນີ້ ຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະການຄ້າ ແມ່ນຈະມີການປັບລົງລາຄານ້ຳມັນຂາຍຍ່ອຍໜ້າປ້ຳນັບແຕ່ເວລາ 6:00 ໂມງຂອງວັນທີ 21 ເມສານີ້ເປັນຕົ້ນໄປ. ແຕ່ທັງນີ້ ກະຊວນແມ່ນປັບຂຶ້ນ 310 ກີບຕໍ່ລິດ.

ອີງຕາມແຈ້ງການສະບັບເລກທີ 0467/ອຄ ລົງວັນທີ 20 ເມສາ 2022 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຈ້ງປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟປະເພດແອັດຊັງພິເສດ ປັບລົງ 90 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 20 ກີບຕໍ່ລິດ ແລະ ແຕ່ປັບຂຶ້ນລາຄາກາຊວນ 310 ກີບຕໍ່ລິດ.

ຈາກການປັບຫຼຸດລາຄາຄືດັ່ງກ່າວເຮັດໃຫ້ລາຄາຂາຍຍ່ອຍຢູ່ນະຄອນຫຼວງວຽງຈັນ ນ້ຳມັນແອັດຊັງພິເສດຕົກເປັນລິດລະ 19.500 ກີບ, ນ້ຳມັນແອັດຊັງທຳມະດາ 17.150 ກີບ ແລະ ນໍ້າມັນກາຊວນ 17.070 ກີບ/ລິດ.
ແຂວງອຸດົມໄຊ ນ້ຳມັນແອັດຊັງພິເສດ 19.980 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 17.630 ກີບ/ລິດ ແລະ ກາຊວນ 17.550 ກີບ/ລິດ
ແຂວງຫຼວງພະບາງ ນ້ຳມັນແອັດຊັງພິເສດ 19.870 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 17.520 ກີບ/ລິດ ແລະ ກາຊວນ 17.440 ກີບ/ລິດ

ແຂວງຊຽງຂວາງ ນ້ຳມັນແອັດຊັງພິເສດ 19.690 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.340ກີບ/ລິດ ແລະ ກາຊວນ 17.230 ກີບ/ລິດ
ແຂວງສະຫວັນນະເຂດ ນ້ຳມັນແອັດຊັງພິເສດ 19.530 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.180 ກີບ/ລິດ ແລະ ກາຊວນ 17.100 ກີບ/ລິດ
ແຂວງຈໍາປາສັກ ນ້ຳມັນແອັດຊັງພິເສດ 19.560 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.210 ກີບ/ລິດ ແລະ ກາຊວນ 17.130 ກີບ/ລິດ

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0259/ກຄພນ, ລົງວັນທີ 17 ເມສາ2022 ຈົນກວ່າຈະມີການປ່ຽນແປງ.